YouVersion Logo
Search Icon

ມັດທາຍ 1:18-19

ມັດທາຍ 1:18-19 LCV

ເລື່ອງລາວ​ການເກີດ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ​ມີ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ແຕ່​ກ່ອນ​ທີ່​ທັງສອງ​ຈະ​ຢູ່​ກິນ​ຮ່ວມກັນ, ກໍ​ປາກົດ​ວ່າ​ມາຣີ​ໄດ້​ຖືພາ​ແລ້ວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ. ເນື່ອງຈາກວ່າ​ໂຢເຊັບ​ຄູ່ໝັ້ນ​ຂອງ​ນາງ​ເປັນ​ຄົນສັດຊື່​ຕໍ່​ກົດບັນຍັດ ແລະ ເຖິງ​ຢ່າງໃດ​ກໍ​ຕາມ ລາວ​ບໍ່​ຕ້ອງການ​ຈະ​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ນາງ​ອັບອາຍ​ຕໍ່ໜ້າ​ມະຫາຊົນ, ລາວ​ຈຶ່ງ​ຄິດໃນໃຈ​ວ່າ​ຈະ​ຖອນໝັ້ນ​ນາງ​ຢ່າງ​ງຽບໆ.

Video for ມັດທາຍ 1:18-19