YouVersion Logo
Search Icon

ໂຣມ 7:18-23

ໂຣມ 7:18-23 ພຄພ

ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ ຄື​ໃນ​ສັນດານ​ມະນຸດ​ນັ້ນ ບໍ່ມີ​ການ​ດີ​ຈັກ​ຢ່າງ​ຢູ່​ນຳ. ເຖິງ​ແມ່ນ​ວ່າ ການ​ຢາກ​ເຮັດ​ດີ​ມີ​ຢູ່​ໃນ​ຕົວ​ເຮົາ, ແຕ່​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ດີ​ໄດ້. ເຮົາ​ບໍ່ໄດ້​ເຮັດ​ການ​ດີ​ທີ່​ເຮົາ​ຢາກ​ເຮັດ, ແຕ່​ເຮົາ​ຊໍ້າພັດ​ເຮັດ​ການ​ຊົ່ວ​ທີ່​ເຮົາ​ບໍ່​ຢາກ​ເຮັດ. ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ ກໍ​ບໍ່ແມ່ນ​ຕົວ​ເຮົາ​ເອງ​ເປັນ​ຜູ້​ເຮັດ, ແຕ່​ແມ່ນ​ຄວາມ​ບາບ​ທີ່​ຢູ່​ໃນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ. ດັ່ງນັ້ນ ເຮົາ​ຈຶ່ງ​ຄົ້ນ​ພົບ​ກົດ​ຢ່າງ​ໜຶ່ງ ຄື​ເມື່ອ​ເຮົາ​ຢາກ​ເຮັດ​ໃນ​ສິ່ງ​ທີ່​ດີ ສິ່ງ​ທີ່​ຊົ່ວ​ກໍ​ມາ​ຕັນ​ເຮົາ​ໄວ້. ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ. ແຕ່​ເຮົາ​ເຫັນ​ກົດ​ອີກ​ຢ່າງ​ໜຶ່ງ ຢູ່​ໃນ​ຮ່າງກາຍ​ຂອງເຮົາ ຊຶ່ງ​ຕໍ່ສູ້​ກັບ​ກົດ​ແຫ່ງ​ຈິດໃຈ​ຂອງເຮົາ ຊຶ່ງ​ເຮັດ​ໃຫ້​ເຮົາ​ຕົກ​ເປັນ​ຊະເລີຍ​ຕໍ່​ກົດ​ຂອງ​ຄວາມ​ບາບ​ທີ່​ມີ​ຢູ່​ໃນ​ອະໄວຍະວະ​ຂອງເຮົາ.