YouVersion Logo
Search Icon

ໂຣມ 5

5
ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ
1ດ້ວຍເຫດນີ້ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ດ້ວຍ​ຄວາມເຊື່ອ​ແລ້ວ​ພວກເຮົາ​ຈຶ່ງ​ມີ ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ. 2ໂດຍ​ທາງ​ພຣະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຮົ່ມ​ພຣະຄຸນ ຊຶ່ງ​ບັດນີ້​ພວກເຮົາ​ຕັ້ງໝັ້ນ​ຢູ່​ດ້ວຍ​ຄວາມເຊື່ອ ແລະ​ພວກເຮົາ​ຊື່ນຊົມ​ຍິນດີ ໃນ​ຄວາມຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ 3ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ຄວາມ​ຍາກ​ລຳບາກ​ດ້ວຍ ເພາະ​ຮູ້​ແລ້ວ​ວ່າ​ຄວາມ​ຍາກ​ລຳບາກ​ນັ້ນ ເຮັດ​ໃຫ້​ເກີດ​ມີ​ຄວາມ​ອົດທົນ 4ແລະ​ຄວາມ​ອົດທົນ​ນັ້ນ ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ພຣະເຈົ້າ​ຊົງ​ເຫັນ​ຊອບ ແລະ​ການ​ທີ່​ຊົງ​ເຫັນ​ຊອບ​ນັ້ນ​ເຮັດ​ໃຫ້​ມີ​ຄວາມ​ໄວ້ວາງໃຈ. 5ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.
6ຂະນະທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຕາຍ​ເພື່ອ​ຊ່ວຍ​ຄົນ​ບາບ​ຕາມ​ເວລາ​ທີ່​ເໝາະສົມ. 7ດ້ວຍວ່າ, ບໍ່​ຄ່ອຍ​ຈະ​ມີ​ຜູ້ໃດ​ຍອມ​ຕາຍ​ແທນ​ຄົນ​ຊອບທຳ, ແຕ່​ບາງທີ​ອາດ​ມີ​ຄົນ​ກ້າ​ຕາຍ​ແທນ​ຄົນ​ດີ​ກໍໄດ້. 8ແຕ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ ພຣະອົງ​ຊົງ​ຮັກ​ພວກເຮົາ​ຫລາຍ​ເທົ່າ​ໃດ ຄື​ຂະນະທີ່​ພວກເຮົາ​ຍັງ​ເປັນ​ຄົນ​ບາບ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຊົງ​ຍອມ​ຕາຍ​ແທນ​ເຮົາ​ທັງຫລາຍ. 9ດ້ວຍເຫດນັ້ນ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ແລ້ວ ດ້ວຍ​ເລືອດ​ຂອງ​ພຣະອົງ ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໂດຍ​ພຣະອົງ. 10ພວກເຮົາ​ເຄີຍ​ເປັນ​ສັດຕູ​ຂອງ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ ຜ່ານ​ທາງ​ຄວາມ​ຕາຍ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ. ເມື່ອ​ເຮົາ​ທັງຫລາຍ​ໄດ້​ຄືນດີ​ກັບ​ພຣະເຈົ້າ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ພວກເຮົາ​ໄດ້​ພົ້ນ​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະອົງ. 11ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງຫລາຍ​ໄດ້​ຄືນ​ດີ​ກັບ​ພຣະເຈົ້າ.
ອາດາມ​ກັບ​ພຣະຄຣິດ
12ດ້ວຍເຫດນັ້ນ ຄວາມ​ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພາະ​ດ້ວຍ​ມະນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດບາບ​ນັ້ນ. ຢ່າງ​ນັ້ນ​ແຫຼະ ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະນຸດ​ທຸກຄົນ ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ​ແລ້ວ. 13ແທ້ຈິງ​ແລ້ວ ຄວາມ​ຜິດບາບ​ມີ​ຢູ່​ໃນ​ໂລກນີ້​ກ່ອນ​ມີ​ກົດບັນຍັດ, ແຕ່​ວ່າ​ເມື່ອ​ບໍ່ມີ​ກົດບັນຍັດ ກໍ​ບໍ່​ຖື​ວ່າ​ມີ​ຜິດ. 14ເຖິງ​ຢ່າງ​ໃດ​ກໍຕາມ ຄວາມ​ຕາຍ​ໄດ້​ຄອບ​ງຳ​ຕະຫລອດ​ມາ ຕັ້ງແຕ່​ອາດາມ​ຈົນເຖິງ​ໂມເຊ ແມ່ນ​ວ່າ​ຄົນ​ທີ່​ບໍ່ໄດ້​ເຮັດ​ບາບ​ຢ່າງ​ດຽວ​ກັບ​ການ​ລະເມີດ​ຂອງ​ອາດາມ​ຜູ້​ຊຶ່ງ​ເປັນ​ແບບ ໝາຍ​ເຖິງ​ພຣະ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ນັ້ນ. 15ແຕ່​ວ່າ​ຂອງ​ປະທານ​ທີ່​ມາ​ດ້ວຍ​ພຣະຄຸນ​ນັ້ນ​ບໍ່​ເໝືອນ​ກັບ​ການ​ລະເມີດ ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ ເພາະ​ການ​ລະເມີດ​ຂອງ​ມະນຸດ​ຄົນ​ດຽວ ຫລາຍກວ່າ​ນັ້ນ​ອີກ ພຣະຄຸນ​ຂອງ​ພຣະເຈົ້າ ແລະ​ຂອງ​ປະທານ​ທີ່​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ຜູ້​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ​ກໍ​ມີ​ບໍຣິບູນ​ແກ່​ຄົນ​ຈຳນວນ​ຫລາຍ​ດ້ວຍ. 16ແລະ​ຂອງ​ປະທານ​ນັ້ນ ກໍ​ບໍ່​ເໝືອນ​ກັບ​ຜົນ​ທີ່​ເກີດ​ຈາກ​ບາບກຳ​ຂອງ​ມະນຸດ​ຜູ້​ດຽວ ເພາະວ່າ​ການ​ຊົງ​ພິພາກສາ ທີ່​ຈະ​ເກີດຂຶ້ນ​ເນື່ອງ​ຈາກ​ການ​ລະເມີດ​ພຽງ​ເທື່ອ​ດຽວ ໄດ້​ນຳ​ໄປ​ສູ່​ການ​ລົງໂທດ, ແຕ່​ຂອງ​ປະທານ​ຈາກ​ພຣະເຈົ້າ ພາຍຫລັງ​ການ​ລະເມີດ​ຫລາຍ​ຄັ້ງ​ນັ້ນ ກໍ​ນຳ​ໄປ​ສູ່​ຄວາມ​ຊອບທຳ. 17ຖ້າ​ຫາກ​ວ່າ​ໂດຍ​ການ​ລະເມີດ​ຂອງ​ມະນຸດ​ຄົນ​ດຽວ ເປັນ​ເຫດ​ໃຫ້​ຄວາມ​ຕາຍ​ໄດ້​ຄອບງຳ​ເພາະ​ຄົນ​ຜູ້​ດຽວ​ນັ້ນ ຫລາຍກວ່າ​ນັ້ນ​ອີກ ຄົນ​ຈຳນວນ​ຫລາຍ​ທີ່​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ​ຮັບ​ຂອງ​ປະທານ​ຄື​ຄວາມ​ຊອບທຳ ກໍ​ຈະ​ດຳລົງ​ຊີວິດ​ແລະ​ຄອບຄອງ​ໂດຍ​ພຣະອົງ​ຜູ້​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ.
18ເພາະສະນັ້ນ ການ​ພິພາກສາ​ລົງໂທດ​ໄດ້​ມາ​ເຖິງ​ຄົນ​ທັງປວງ ເພາະ​ການ​ລະເມີດ​ພຽງ​ເທື່ອ​ດຽວ​ສັນໃດ ການ​ກະທຳ​ອັນ​ຊອບທຳ​ເທື່ອ​ດຽວ ກໍ​ນຳ​ຄວາມ​ຊອບທຳ​ທີ່​ໃຫ້​ມີ​ຊີວິດ ມາ​ເຖິງ​ທຸກຄົນ​ສັນນັ້ນ.
19ດ້ວຍວ່າ, ມະນຸດ​ທຸກຄົນ​ຕົກ​ເປັນ​ຄົນ​ມີ​ບາບກຳ ເພາະ​ມະນຸດ​ຄົນ​ດຽວ​ທີ່​ບໍ່​ເຊື່ອຟັງ​ສັນໃດ, ຄົນ​ຈຳນວນ​ຫລາຍ ກໍ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ພຣະອົງ​ຜູ້​ດຽວ​ທີ່​ໄດ້​ຊົງ​ເຊື່ອຟັງ​ສັນນັ້ນ.
20ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ. 21ເພື່ອ​ວ່າ​ບາບກຳ​ໄດ້​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຕາຍ​ສັນໃດ, ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຊອບທຳ ທັງ​ນຳ​ພວກເຮົາ​ໄປ​ສູ່​ຊີວິດ​ນິຣັນດອນ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ສັນນັ້ນ.

Currently Selected:

ໂຣມ 5: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in