YouVersion Logo
Search Icon

ເພງ^ສັນລະເສີນ 139:13-17

ເພງ^ສັນລະເສີນ 139:13-17 ພຄພ

ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ຂ້ານ້ອຍ​ແມ່ນ​ພຣະອົງ​ໄດ້​ສ້າງ​ມາ ໄດ້​ປະກອບ​ທຸກ​ສ່ວນ​ເຂົ້າກັນ​ແຕ່​ຢູ່​ໃນ​ທ້ອງ​ແມ່. ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ເປັນ​ທີ່​ຢ້ານຢຳ ທຸກສິ່ງ​ທີ່​ພຣະອົງ​ຊົງ​ກະທຳ​ນັ້ນ​ປະຫລາດ​ໃຈ​ແທ້ໆ ແລະ​ຊ່າງ​ເປັນ​ໜ້າອັດສະຈັນໃຈ​ຢ່າງ​ຍິ່ງໃຫຍ່ ຂ້ານ້ອຍ​ຮູ້​ເຖິງ​ທຸກ​ກິດຈະການ​ນັ້ນ​ຢູ່​ເຕັມໃຈ. ເມື່ອ​ສ້າງ​ກະດູກ​ຂອງ​ຂ້ານ້ອຍ​ປະກອບ​ເຂົ້າກັນ ຢ່າງ​ລະມັດ​ລະວັງ​ຢູ່​ໃນ​ທ້ອງ​ມານດາ​ນັ້ນ ເມື່ອ​ໃຫຍ່​ຂຶ້ນ​ຢູ່​ໃນ​ທ້ອງ​ມານດາ​ຢ່າງ​ບໍ່ມີ​ຜູ້ໃດ​ເຫັນ ພຣະອົງ​ກໍ​ຮູ້​ວ່າ​ຂ້ານ້ອຍ​ເປັນ​ຢູ່​ໃນ​ທີ່ນັ້ນ. ກ່ອນ​ຂ້ານ້ອຍ​ໄດ້​ເກີດ​ສາຍຕາ​ຂອງ​ພຣະອົງ ກໍ​ແນມເຫັນ​ຂ້ານ້ອຍ​ຢູ່​ແລ້ວ. ວັນ​ທັງຫລາຍ​ທີ່​ຖືກ​ກຳນົດ​ໃຫ້​ນັ້ນ​ກໍ​ຊົງ​ບັນທຶກ​ໄວ້​ໝົດ ກ່ອນ​ທີ່​ວັນ​ໃດໆ​ໃນ​ວັນ​ເຫຼົ່ານີ້​ຍັງ​ບໍ່​ເລີ່ມ​ຂຶ້ນ. ຂ້າແດ່​ພຣະເຈົ້າ ທີ່​ຈະ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້​ກໍ​ຍາກ​ຫລາຍ ເພາະ​ຄວາມຄິດ​ຂອງ​ພຣະອົງ​ນັ້ນ​ເລິກລັບ​ເກີນ​ທີ່​ຈະ​ຢັ່ງຮູ້​ໄດ້.

Free Reading Plans and Devotionals related to ເພງ^ສັນລະເສີນ 139:13-17