YouVersion Logo
Search Icon

ຈົດບັນຊີ 19

19
ຂີ້ເຖົ່າ​ຂອງ​ງົວ​ສີແດງ
1ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ແລະ​ອາໂຣນ​ວ່າ, 2“ຕໍ່ໄປນີ້​ແມ່ນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄດ້ສັ່ງ​ດັ່ງນີ້: ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ນຳ​ງົວແມ່​ສີແດງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ທັງ​ບໍ່ເຄີຍ​ໃຊ້​ວຽກ​ຈັກເທື່ອ 3ມາ​ໃຫ້​ປະໂຣຫິດ​ເອເລອາຊາ. ຈົ່ງ​ເອົາ​ງົວ​ໂຕ​ນີ້​ໄປ​ຂ້າປາດຄໍ​ຢູ່​ນອກ​ຄ້າຍ​ຊ້ອງໜ້າ​ເພິ່ນ. 4ໃຫ້​ປະໂຣຫິດ​ເອົາ​ເລືອດ​ບາງສ່ວນ​ມາ ໃຊ້​ນິ້ວ​ມື​ຈຸ່ມ​ລົງ​ໃນ​ນັ້ນ ແລະ​ຊິດ​ໄປ​ທາງໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ເຈັດ​ເທື່ອ. 5ຈົ່ງ​ເຜົາ​ສັດ​ທັງ​ໂຕ​ເຊັ່ນ: ໜັງ, ຊີ້ນ ແລະ​ເຄື່ອງໃນ​ໄສ້​ພຸງ​ຊ້ອງໜ້າ​ປະໂຣຫິດ. 6ແລ້ວ​ໃຫ້​ເພິ່ນ​ເອົາ​ໄມ້​ສົນສີດາ​ຈຳນວນ​ໜຶ່ງ, ໃບ​ຕົ້ນ​ຫູສົບ​ມັດໜຶ່ງ ແລະ​ດ້າຍ​ສີແດງ​ເສັ້ນໜຶ່ງ​ຖິ້ມ​ໃສ່​ໄຟ. 7ຫລັງຈາກ​ນັ້ນ​ແລ້ວ ໃຫ້​ເພິ່ນ​ຊັກ​ເຄື່ອງນຸ່ງຫົ່ມ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ແລ້ວ ຈຶ່ງ​ເຂົ້າ​ໄປ​ຢູ່​ໃນ​ຄ້າຍພັກ​ໄດ້, ແຕ່​ເພິ່ນ​ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ. 8ຊາຍ​ຜູ້​ທີ່​ເຜົາ​ງົວ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ເໝືອນກັນ ແຕ່​ລາວ​ຍັງ​ຈະ​ເປັນ​ມົນທິນ​ຢູ່​ຈົນ​ຮອດ​ຄໍ່າ. 9ແລ້ວ​ໃຫ້​ຊາຍ​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ໄປ​ເກັບ​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່ ແລ້ວ​ເອົາ​ໄປ​ວາງ​ຮັກສາ​ໄວ້​ໃນ​ບ່ອນ​ທີ່​ສະອາດ​ນອກ​ຄ້າຍ​ຕາມ​ກົດບັນຍັດ ເພື່ອ​ຊຸມຊົນ​ອິດສະຣາເອນ​ຈະ​ໄດ້​ເອົາ​ມາ​ໃຊ້​ເປັນ​ນໍ້າ​ຊຳລະ​ມົນທິນ​ເພື່ອ​ລົບລ້າງ​ບາບ. 10ຊາຍ​ທີ່​ຊ້ວນ​ຂີ້ເຖົ່າ​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຫົ່ມ​ຂອງຕົນ ແຕ່​ລາວ​ຍັງ​ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ. ໃຫ້​ຊາວ​ອິດສະຣາເອນ​ຫລື​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ນັ້ນ ປະຕິບັດ​ຕາມ​ລະບຽບການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ.”
ການ​ຈັບ​ບາຍ​ຊາກສົບ
11“ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ​ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ. 12ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ລາວ​ຕ້ອງ​ຊຳລະ​ຕົນເອງ​ດ້ວຍ​ນໍ້າ ແລ້ວ​ລາວ​ກໍ​ຈະ​ບໍ່​ເປັນ​ມົນທິນ, ແຕ່​ຖ້າ​ລາວ​ຫາກ​ບໍ່​ຊຳລະ​ຕົນເອງ​ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ ລາວ​ກໍ​ຍັງ​ເປັນມົນທິນ​ຢູ່. 13ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ ແລະ​ບໍ່ໄດ້​ຊຳລະ​ຕົນເອງ​ຍັງ​ຈະ​ເປັນມົນທິນ​ຢູ່ ຍ້ອນ​ລາວ​ບໍ່ໄດ້​ຊຳລະ​ລາວເອງ. ລາວ​ໝິ່ນປະໝາດ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ແລະ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ.
14ຖ້າ​ຫາກ​ມີ​ຄົນໜຶ່ງ​ຕາຍ​ໃນ​ຫໍເຕັນ​ແຫ່ງ​ໜຶ່ງ ທຸກຄົນ​ທີ່​ຢູ່​ໃນ​ຫໍເຕັນ ຫລື​ເຂົ້າ​ໄປ​ໃນ​ທີ່ນັ້ນ ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ​ຕາມ​ກົດບັນຍັດ. 15ໄຫ​ກັບ​ໝໍ້​ທຸກ​ໜ່ວຍ​ທີ່​ບໍ່ມີ​ຝາອັດ ໃນ​ຫໍເຕັນ​ນັ້ນ ຈະ​ເປັນ​ມົນທິນ​ເຊັ່ນດຽວ​ກັນ. 16ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ຄົນ​ທີ່​ຖືກ​ຂ້າ​ຕາຍ ຫລື​ຕາຍ​ຕາມ​ທຳມະດາ​ນອກ​ຫໍເຕັນ ຫລື​ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ກະດູກ​ຫລື​ຂຸມຝັງສົບ ຜູ້ນັ້ນ​ຈະ​ເປັນ​ມົນທິນ​ຢູ່​ເຈັດ​ວັນ.
17ເພື່ອ​ຊຳລະ​ມົນທິນ​ໃຫ້​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່​ສີແດງ​ທີ່​ເຜົາ​ແລ້ວ​ນັ້ນ​ມາ​ໃສ່​ໃນ​ຖ້ວຍ ແລະ​ປົນ​ກັບ​ນໍ້າ​ທີ່​ສະອາດ. 18ໃນ​ກໍລະນີ​ທຳອິດ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນມົນທິນ​ນັ້ນ ເອົາ​ໃບ​ຕົ້ນ​ຫູສົບ​ມັດ​ໜຶ່ງ ຈຸ່ມ​ລົງ​ໃນ​ນໍ້າ​ແລະ​ຊິດ​ໃສ່​ຜ້າເຕັນ, ໃສ່​ທຸກໆ​ສິ່ງ ແລະ​ໃສ່​ຄົນ​ທີ່​ຢູ່​ໃນ​ຫໍເຕັນ. ໃນ​ກໍລະນີ​ທີ​ສອງ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ເອົາ​ນໍ້າ​ຊິດ​ໃສ່​ຜູ້​ທີ່​ໄດ້​ຈັບບາຍ​ກະດູກ​ຄົນ ຫລື​ຊາກສົບ​ຄົນຕາຍ ຫລື​ຂຸມຝັງສົບ. 19ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ໃຫ້​ບຸກຄົນ​ຜູ້​ທີ່​ບໍ່​ເປັນ​ມົນທິນ​ຊິດ​ນໍ້າ​ໃສ່​ຜູ້​ເປັນ​ມົນທິນ. ໃນ​ວັນ​ທີ​ເຈັດ​ໃຫ້​ລາວ​ຊຳລະ​ບຸກຄົນ​ນັ້ນ ຄື​ຜູ້​ທີ່​ຫລັງຈາກ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ແລ້ວ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ເມື່ອ​ຕາເວັນ​ຕົກ​ດິນ.
20ຄົນໃດ​ທີ່​ເປັນ​ມົນທິນ ແລະ​ບໍ່ໄດ້​ຊຳລະ​ຕົນເອງ​ກໍ​ຍັງ​ເປັນມົນທິນ​ຢູ່ ເພາະ​ລາວ​ບໍ່ໄດ້​ໃຊ້​ນໍ້າ​ຊຳລະ​ຕົນເອງ. ລາວ​ໄດ້​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ເປັນ​ມົນທິນ ແລະ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ. 21ພວກເຈົ້າ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ. ຄົນ​ຜູ້​ທີ່​ຊິດ​ນໍ້າ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ເໝືອນກັນ; ຜູ້ໃດ​ທີ່​ແຕະຕ້ອງ​ນໍ້າ​ນັ້ນ ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ​ຕາມ​ກົດບັນຍັດ. 22ສິ່ງໃດ​ທີ່​ຄົນ​ເປັນມົນທິນ​ຈັບບາຍ​ກໍ​ເປັນ​ມົນທິນ ແລະ​ຜູ້ໃດ​ທີ່​ຈັບບາຍ ຜູ້ນັ້ນ​ກໍ​ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in