YouVersion Logo
Search Icon

ມາຣະໂກ 9

9
1ພຣະອົງ​ຍັງ​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ໃນ​ພວກ​ຄົນ​ທີ່​ຢືນ​ຢູ່​ທີ່​ນີ້ ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ ຈົນກວ່າ​ຈະ​ໄດ້​ເຫັນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ຣິດອຳນາດ.”’
ສະຫງ່າຣາສີ​ຂອງ​ພຣະເຢຊູເຈົ້າ
(ມທ 17:1-13; ລກ 9:28-36)
2ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູເຂົາ​ສູງ​ໜ່ວຍ​ໜຶ່ງ ແລະ​ຢູ່​ໃນ​ທີ່ນັ້ນ​ສະ​ເພາະ​ແຕ່​ສາວົກ​ກັບ​ພຣະອົງ, ພວກເພິ່ນ​ເຫັນ​ຮ່າງກາຍ​ຂອງ​ພຣະເຢຊູເຈົ້າ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ 3ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ເກີດ​ຮຸ່ງເຮືອງ​ຂາວ​ເຫຼື້ອມໃສ ຈົນ​ບໍ່ມີ​ຜູ້ໃດ​ໃນ​ໂລກນີ້​ຊັກ​ໃຫ້​ຂາວ​ເຊັ່ນນັ້ນ​ໄດ້. 4ແລ້ວ​ເອລີຢາ ແລະ ໂມເຊ​ກໍ​ປາກົດ​ແກ່​ສາວົກ​ພວກ​ນັ້ນ ກຳລັງ​ເວົ້າ​ກັນ​ຢູ່​ກັບ​ພຣະເຢຊູເຈົ້າ. 5ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອາຈານ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້, ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ທ່ານ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ.” 6ເປໂຕ​ກັບ​ສາວົກ​ຄົນອື່ນໆ​ຢ້ານ​ຈົນ​ຕົວ​ສັ່ນ ທີ່​ລາວ​ເວົ້າ​ເຊັ່ນ​ນັ້ນ ເພາະ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຢ່າງ​ໃດ.
7ແລ້ວ​ກໍ​ມີ​ກ້ອນ​ເມກ​ລອຍ​ມາ​ເປັນ​ເງົາ​ປົກຫຸ້ມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ, ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ພວກເຈົ້າ​ຈົ່ງ​ເຊື່ອຟັງ​ເພິ່ນ.” 8ໃນ​ທັນໃດນັ້ນ ພໍ​ພວກ​ສາວົກ​ຫລຽວ​ເບິ່ງ​ລອບໆ​ຕົວ​ກໍ​ບໍ່​ເຫັນ​ຜູ້ໃດ ນອກຈາກ​ພຣະເຢຊູເຈົ້າ​ເທົ່ານັ້ນ​ທີ່​ຢູ່​ກັບ​ພວກເພິ່ນ.
9ຂະນະທີ່​ລົງ​ມາ​ແຕ່​ພູ​ນັ້ນ ພຣະເຢຊູເຈົ້າ​ກໍ​ສັ່ງ​ຫ້າມ​ພວກເພິ່ນ​ວ່າ, “ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ແກ່​ຜູ້ໃດ ຈົນກວ່າ​ບຸດ​ມະນຸດ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ.”
10ພວກ​ສາວົກ​ທັງ​ສາມ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ນັ້ນ, ແຕ່​ກໍ​ປຶກສາ​ຫາລື​ກັນ​ໃນ​ພວກເພິ່ນ​ເອງ​ວ່າ, “ການ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ໝາຍຄວາມວ່າ​ແນວ​ໃດ?” 11ພວກເພິ່ນ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ດ້ວຍເຫດໃດ ພວກ​ທຳມະຈານ​ຈຶ່ງ​ເວົ້າ​ວ່າ ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”
12ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຈິງ​ຢູ່ ເອລີຢາ​ຕ້ອງ​ມາ​ກ່ອນ ເພື່ອ​ຈັດແຈງ​ທຸກສິ່ງ​ຄືນ​ສູ່​ສະພາບ​ເດີມ ແລະ​ເປັນ​ດ້ວຍເຫດໃດ​ພຣະທຳ​ພຣະເຈົ້າ ຂຽນ​ໄວ້​ວ່າ ບຸດ​ມະນຸດ​ຈະ​ຖືກ​ທົນທຸກ​ທໍລະມານ​ຢ່າງ​ໜັກໜ່ວງ​ຫລາຍ​ປະການ ແລະ​ເພິ່ນ​ຈະ​ຖືກ​ປະຖິ້ມ ແລະ​ຖືກ​ໝິ່ນປະໝາດ? 13ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ ເອລີຢາ​ໄດ້​ມາ​ແລ້ວ ແລະ​ຄົນ​ທັງຫລາຍ​ໄດ້​ເຮັດ​ກັບ​ເພິ່ນ​ຕາມ​ໃຈ​ມັກ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ເຖິງ​ເພິ່ນ​ໃນ​ພຣະຄຳພີ.”
ພຣະເຢຊູເຈົ້າ​ຊົງ​ໂຜດ​ເດັກຊາຍ​ຜູ້ໜຶ່ງ​ທີ່​ມີ​ຜີຊົ່ວຮ້າຍ​ສິງ
(ມທ 17:14-21; ລກ 9:37-43(ກ))
14ເມື່ອ​ພຣະເຢຊູເຈົ້າ ແລະ​ສາວົກ​ສາມ​ຄົນ​ກັບ​ມາ​ຮອດ​ບ່ອນ​ທີ່​ສາວົກ​ຄົນອື່ນໆ​ຢູ່​ນັ້ນ ກໍ​ເຫັນ​ຄົນ​ໝູ່ໃຫຍ່​ອ້ອມ​ພວກເຂົາ ແລະ​ມີ​ພວກ​ທຳມະຈານ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່. 15ເມື່ອ​ປະຊາຊົນ​ເຫັນ​ພຣະເຢຊູເຈົ້າ ພວກເຂົາ​ກໍ​ປະຫລາດ​ໃຈ​ຢ່າງ​ບໍ່​ຄາດ​ຄິດ​ມາ​ກ່ອນ ແລະ​ພາກັນ​ຟ້າວ​ໄປ​ຄຳນັບ​ພຣະອົງ. 16ພຣະເຢຊູເຈົ້າ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ພວກເຈົ້າ​ກຳລັງ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”
17ຊາຍ​ຜູ້ໜຶ່ງ​ໃນ​ໝູ່​ປະຊາຊົນ​ນັ້ນ​ຕອບ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ໄດ້​ນຳ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຫາ​ທ່ານ ເພາະ​ຜີ​ປາກກືກ​ສິງ​ລາວ​ຈົນ​ລາວ​ປາກ​ບໍ່ໄດ້. 18ເມື່ອ​ມັນ​ເຂົ້າ​ສິງ​ລາວ​ເທື່ອໃດ ມັນ​ກໍ​ເຮັດ​ໃຫ້​ລາວ​ລົ້ມ​ຊັກດິ້ນ​ເທື່ອນັ້ນ ແລະ​ມີ​ນໍ້າລາຍ​ຟູມ​ປາກ​ທັງ​ຂົບ​ແຂ້ວ ແລະ​ຕົວ​ແຂງ​ໄປ​ໝົດ​ທັງ​ຮ່າງກາຍ ຂ້ານ້ອຍ​ຂໍ​ໃຫ້​ພວກ​ສາວົກ​ຂອງທ່ານ​ຂັບໄລ່​ຜີຮ້າຍ​ນັ້ນ​ອອກ ແຕ່​ພວກເພິ່ນ​ເຮັດ​ບໍ່ໄດ້.”
19ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ໂອ ພວກເຈົ້າ​ຄົນ​ທີ່​ຂາດ​ຄວາມເຊື່ອ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ຈົ່ງ​ພາ​ເດັກນ້ອຍ​ມາ​ຫາ​ເຮົາ​ເບິ່ງດູ.” 20ພວກເຂົາ​ກໍໄດ້​ພາ​ເດັກນ້ອຍ​ມາ​ຫາ​ພຣະອົງ. ພໍ​ຜີຮ້າຍ​ທີ່​ສິງ​ຢູ່​ໃນ​ຕົວ​ເດັກນ້ອຍ​ໄດ້​ເຫັນ​ພຣະເຢຊູເຈົ້າ ທັນໃດນັ້ນ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ຊັກດິ້ນ​ລົ້ມ​ລົງ​ກັບ​ພື້ນດິນ, ກິ້ງ​ເກືອກ​ໄປມາ ນໍ້າລາຍ​ຟູມ​ປາກ. 21ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລູກ​ຂອງ​ເຈົ້າ​ເປັນ​ແນວ​ນີ້​ມາ​ໄດ້​ດົນ​ປານໃດ​ແລ້ວ?”
ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງແຕ່​ນ້ອຍ​ພຸ້ນ 22ຫລາຍ​ເທື່ອ​ແລ້ວ ທີ່​ຜີຊົ່ວຮ້າຍ​ພະຍາຍາມ​ຂ້າ​ລູກ​ຂອງ​ຂ້ານ້ອຍ ໂດຍ​ຊຸກ​ລາວ​ໃສ່​ໄຟ ແລະ​ຊຸກ​ລາວ​ໃຫ້​ຕົກ​ນໍ້າ, ແຕ່​ຖ້າ​ທ່ານ​ສາມາດ​ຊ່ວຍ​ໄດ້​ຂໍໂຜດ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”
23ພຣະເຢຊູເຈົ້າ​ກ່າວ​ຕອບ​ວ່າ, “ຖ້າ​ສາມາດ​ຊ່ວຍ​ໄດ້ ຢາກ​ເວົ້າ​ຢ່າງ​ນັ້ນ​ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ.”
24ໃນ​ທັນໃດນັ້ນ ພໍ່​ຂອງ​ເດັກນ້ອຍ​ນັ້ນ​ໄດ້​ຮ້ອງໄຫ້​ທັງ​ນໍ້າ​ຕາ​ໄຫລ ກ່າວ​ວ່າ, “ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ມີ​ຄວາມເຊື່ອ​ຫລາຍກວ່າ​ນີ້​ແດ່ທ້ອນ.”
25ເມື່ອ​ພຣະເຢຊູເຈົ້າ​ເຫັນ​ໝູ່​ປະຊາຊົນ​ກຳລັງ​ບຸບຽດ​ກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ບັກ​ຜີ​ປາກກືກ ຫູໜວກ ກູ​ສັ່ງ​ມຶງ​ອອກ​ຈາກ​ເດັກນ້ອຍ ແລະ​ຢ່າ​ກັບ​ເຂົ້າ​ມາ​ອີກ​ຈັກເທື່ອ.”
26ຜີຮ້າຍ​ນັ້ນ​ຮ້ອງ​ແຜດ​ສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ຈົນ​ເຕັມ​ກຳລັງ​ແລ້ວ​ກໍ​ອອກ​ໜີໄປ ເດັກ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ເວົ້າ​ອອກ​ມາ​ວ່າ, “ມັນ​ຕາຍ​ແລ້ວ.” 27ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ​ແລະ​ດຶງ​ໃຫ້​ລຸກ​ຂຶ້ນ ແລ້ວ​ເດັກ​ນັ້ນ​ກໍ​ລຸກ​ຢືນ​ຂຶ້ນ.
28ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາວົກ​ຂອງ​ພຣະອົງ​ກໍ​ຖາມ​ພຣະອົງ​ເປັນ​ທາງ​ສ່ວນ​ຕົວ​ວ່າ, “ເຫດສັນໃດ​ພວກ​ຂ້ານ້ອຍ​ຈຶ່ງ​ຂັບໄລ່​ມັນ​ອອກ​ບໍ່ໄດ້?”
29ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຜີຮ້າຍ​ແນວ​ນີ້​ຈະ​ຂັບໄລ່​ອອກ​ດ້ວຍ​ວິທີ​ອື່ນ​ບໍ່ໄດ້ ເວັ້ນໄວ້​ແຕ່​ດ້ວຍ​ການ​ພາວັນນາ​ອະທິຖານ​ເທົ່ານັ້ນ.”
ພຣະເຢຊູເຈົ້າ​ຊົງ​ກ່າວ​ຢໍ້າ​ເຖິງ​ຄວາມ​ຕາຍ​ຂອງ​ພຣະອົງ
(ມທ 17:22-23; ລກ 9:43(ຂ)-45)
30ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ໄດ້​ຈາກ​ທີ່​ນັ້ນ ຜ່ານ​ແຂວງ​ຄາລີເລ​ໄປ ພຣະເຢຊູເຈົ້າ​ບໍ່​ຢາກ​ໃຫ້​ຜູ້ໃດ​ຮູ້​ວ່າ ພຣະອົງ​ຢູ່​ທີ່​ໃດ 31ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກ​ສາວົກ​ຢູ່ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ທັງຫລາຍ ແລະ​ເຂົາ​ຈະ​ຂ້າ​ເພິ່ນ, ແຕ່​ຫລັງຈາກ​ຖືກ​ຂ້າ​ແລ້ວ​ໄດ້​ສາມ​ວັນ ເພິ່ນ​ຈະ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ.”
32ພວກ​ສາວົກ​ບໍ່​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ເຫຼົ່ານີ້ ແລະ ພວກເພິ່ນ​ກໍ​ບໍ່​ກ້າ​ຈະ​ຖາມ​ພຣະອົງ.
ຜູ້ໃດ​ເປັນ​ໃຫຍ່​ທີ່ສຸດ?
(ມທ 18:1-5; ລກ 9:46-48)
33ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ໄດ້​ມາ​ຮອດ​ເມືອງ​ກາເປນາອູມ ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພຣະອົງ​ກໍ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເມື່ອ​ມາ​ຕາມ​ທາງ​ນັ້ນ ພວກເຈົ້າ​ໄດ້​ຖົກຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?” 34ພວກເພິ່ນ​ມິດຢູ່ ເພາະ​ເມື່ອ​ມາ​ຕາມ​ທາງ​ນັ້ນ ພວກເພິ່ນ​ໄດ້​ຖົກຖຽງ​ກັນ​ວ່າ ຜູ້ໃດ​ຈະ​ເປັນ​ໃຫຍ່​ທີ່ສຸດ​ໃນ​ທ່າມກາງ​ພວກເພິ່ນ. 35ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ນັ່ງ​ລົງ ແລະ​ເອີ້ນ​ພວກ​ສາວົກ​ສິບສອງ​ຄົນ​ມາ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຖ້າ​ຜູ້ໃດ​ທີ່​ຢາກ​ເປັນ​ຜູ້ຕົ້ນ ກໍ​ໃຫ້​ຜູ້​ນັ້ນ​ເປັນ​ຜູ້ປາຍ ແລະ​ເປັນ​ຜູ້ຮັບໃຊ້​ຄົນ​ທັງປວງ.” 36ແລ້ວ​ພຣະອົງ​ກໍ​ເອົາ​ເດັກນ້ອຍ​ຜູ້ໜຶ່ງ​ມາ ຢືນ​ຢູ່​ຕໍ່ໜ້າ​ພວກເພິ່ນ ແລ້ວ​ກໍ​ອຸ້ມ​ເອົາ​ເດັກນ້ອຍ​ນັ້ນ ແລະ​ກ່າວ​ແກ່​ພວກ​ສາວົກ​ວ່າ, 37“ຖ້າ​ຜູ້ໃດ​ກໍຕາມ ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ຢ່າງ​ນີ້ ໄວ້​ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ຜູ້ນັ້ນ​ກໍ​ບໍ່ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ.”
ຜູ້​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ເປັນ​ຝ່າຍ​ພວກເຮົາ
(ລກ 9:49-50)
38ໂຢຮັນ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ ພວກ​ຂ້ານ້ອຍ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງທ່ານ ແລະ​ພວກ​ຂ້ານ້ອຍ​ບອກ​ໃຫ້​ເຊົາ ເພາະ​ເຂົາ​ບໍ່​ເປັນ​ຝ່າຍ​ຂອງ​ພວກເຮົາ.”
39ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ຫ້າມ​ເຂົາ​ເທາະ ເພາະວ່າ​ບໍ່ມີ​ຜູ້ໃດ​ທີ່​ກະທຳ​ການ​ອັດສະຈັນ​ໃນ​ນາມ​ຂອງເຮົາ ແລະ​ພາຍ​ຫລັງ​ມາ​ຈະ​ກັບ​ມາ​ເວົ້າ​ໝິ່ນປະໝາດ​ເຮົາ. 40ດ້ວຍວ່າ, ຜູ້ໃດ​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ເປັນ​ຝ່າຍ​ພວກເຮົາ. 41ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ຜູ້ໃດ​ທີ່​ເອົາ​ນໍ້າ​ຈອກ​ໜຶ່ງ​ໃຫ້​ພວກເຈົ້າ​ດື່ມ ເພາະ​ເປັນ​ຝ່າຍ​ເຮົາ ຜູ້​ນັ້ນ​ກໍ​ຈະ​ບໍ່​ຂາດ​ບຳເໜັດ​ຂອງຕົນ.”
ການ​ລໍ້ລວງ​ໃຫ້​ເຮັດ​ບາບ
(ມທ 18:6-9; ລກ 17:1-2)
42“ຖ້າ​ຜູ້ໃດ​ເປັນ​ເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ ໃນ​ບັນດາ​ເດັກນ້ອຍ​ເຫຼົ່ານີ້ ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ກໍ​ໃຫ້​ເອົາ​ຫີນ​ໂມ້​ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ ແລະ​ຖິ້ມ​ເຂົາ​ລົງ​ໃນ​ທະເລ​ເລິກ​ເສຍ​ກໍ​ດີກວ່າ. 43ຖ້າ​ມື​ຂອງ​ເຈົ້າ ເປັນ​ຕົ້ນ​ເຫດ​ພາ​ໃຫ້​ຫລົງ​ເຮັດ​ບາບ ກໍ​ໃຫ້​ຕັດ​ມື​ນັ້ນ​ອອກ ແລະ​ໂຍນ​ຖິ້ມ​ເສຍ ທີ່​ຈະ​ເຂົ້າ​ສູ່​ຊີວິດ​ດ້ວຍ​ມື​ເບື້ອງ​ດຽວ ກໍ​ດີກວ່າ​ມີ​ມື​ສອງ​ເບື້ອງ ແຕ່​ຕ້ອງ​ຕົກ​ນະຣົກ​ຢູ່​ໃນ​ໄຟ ຊຶ່ງ​ມອດ​ບໍ່​ເປັນ​ຈັກເທື່ອ. [44ຢູ່​ໃນ​ບ່ອນ​ນັ້ນ ໂຕ​ໜອນ​ບໍ່​ຮູ້​ຕາຍ ແລະ​ໄຟ​ບໍ່​ຮູ້​ມອດ​ຈັກເທື່ອ] 45ຖ້າ​ຕີນ​ຂອງ​ເຈົ້າ ເປັນ​ຕົ້ນເຫດ​ພາ​ໃຫ້​ເຮັດ​ບາບ ກໍ​ໃຫ້​ຕັດ​ຕີນ​ນັ້ນ​ອອກ​ຖິ້ມ​ເສຍ ທີ່​ຈະ​ເຂົ້າ​ສູ່​ຊີວິດ​ດ້ວຍ​ຕີນ​ກຸດ​ເບື້ອງ​ໜຶ່ງ ກໍ​ດີກວ່າ​ມີ​ຕີນ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ໃນ​ໄຟ​ນະຣົກ. [46ຢູ່​ໃນ​ບ່ອນ​ນັ້ນ ໂຕ​ໜອນ​ບໍ່​ຮູ້​ຕາຍ ແລະ​ໄຟ​ບໍ່​ຮູ້​ມອດ​ຈັກເທື່ອ] 47ຖ້າ​ຕາ​ຂອງ​ເຈົ້າ ເປັນ​ຕົ້ນ​ເຫດ​ພາ​ໃຫ້​ເຮັດ​ບາບ ກໍ​ໃຫ້​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ ທີ່​ຈະ​ເຂົ້າ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ດ້ວຍ​ຕາ​ເບື້ອງ​ດຽວ ກໍດີກວ່າ​ມີ​ຕາ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ຖິ້ມ​ລົງ​ໃນ​ໄຟ​ນະຣົກ. 48ໃນ​ບ່ອນ​ນັ້ນ ‘ໂຕ​ໜອນ​ບໍ່​ຮູ້​ຕາຍ ແລະ​ໄຟ​ບໍ່​ຮູ້​ມອດ​ຈັກເທື່ອ.’
49ດ້ວຍວ່າ, ທຸກຄົນ​ຈະ​ຕ້ອງ​ຖືກ​ເອືອບ​ດ້ວຍ​ເກືອ​ແລ້ວ​ຊຳລະ​ດ້ວຍ​ໄຟ. 50ເກືອ​ເປັນ​ຂອງ​ດີ ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ​ຈະ​ກັບ​ເຮັດ​ໃຫ້​ເຄັມ​ອີກ​ໄດ້​ຢ່າງ​ໃດ?
ເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ຕົວ ແລະ​ຈົ່ງ​ຖືກຕ້ອງ​ປອງດອງ​ກັນ​ເທີ້ນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in