ມາຣະໂກ 9:14-29
ມາຣະໂກ 9:14-29 ພຄພ
ເມື່ອພຣະເຢຊູເຈົ້າ ແລະສາວົກສາມຄົນກັບມາຮອດບ່ອນທີ່ສາວົກຄົນອື່ນໆຢູ່ນັ້ນ ກໍເຫັນຄົນໝູ່ໃຫຍ່ອ້ອມພວກເຂົາ ແລະມີພວກທຳມະຈານກຳລັງໂຕ້ຖຽງກັບພວກເຂົາຢູ່. ເມື່ອປະຊາຊົນເຫັນພຣະເຢຊູເຈົ້າ ພວກເຂົາກໍປະຫລາດໃຈຢ່າງບໍ່ຄາດຄິດມາກ່ອນ ແລະພາກັນຟ້າວໄປຄຳນັບພຣະອົງ. ພຣະເຢຊູເຈົ້າຖາມພວກສາວົກຂອງພຣະອົງວ່າ, “ພວກເຈົ້າກຳລັງໂຕ້ຖຽງກັນເຖິງເລື່ອງຫຍັງ?” ຊາຍຜູ້ໜຶ່ງໃນໝູ່ປະຊາຊົນນັ້ນຕອບວ່າ, “ອາຈານເອີຍ ຂ້ານ້ອຍໄດ້ນຳລູກຊາຍຂອງຂ້ານ້ອຍມາຫາທ່ານ ເພາະຜີປາກກືກສິງລາວຈົນລາວປາກບໍ່ໄດ້. ເມື່ອມັນເຂົ້າສິງລາວເທື່ອໃດ ມັນກໍເຮັດໃຫ້ລາວລົ້ມຊັກດິ້ນເທື່ອນັ້ນ ແລະມີນໍ້າລາຍຟູມປາກທັງຂົບແຂ້ວ ແລະຕົວແຂງໄປໝົດທັງຮ່າງກາຍ ຂ້ານ້ອຍຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີຮ້າຍນັ້ນອອກ ແຕ່ພວກເພິ່ນເຮັດບໍ່ໄດ້.” ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ໂອ ພວກເຈົ້າຄົນທີ່ຂາດຄວາມເຊື່ອເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ຈົ່ງພາເດັກນ້ອຍມາຫາເຮົາເບິ່ງດູ.” ພວກເຂົາກໍໄດ້ພາເດັກນ້ອຍມາຫາພຣະອົງ. ພໍຜີຮ້າຍທີ່ສິງຢູ່ໃນຕົວເດັກນ້ອຍໄດ້ເຫັນພຣະເຢຊູເຈົ້າ ທັນໃດນັ້ນ ມັນກໍເຮັດໃຫ້ເດັກນ້ອຍນັ້ນຊັກດິ້ນລົ້ມລົງກັບພື້ນດິນ, ກິ້ງເກືອກໄປມາ ນໍ້າລາຍຟູມປາກ. ພຣະເຢຊູເຈົ້າໄດ້ຖາມພໍ່ຂອງເດັກນ້ອຍວ່າ, “ລູກຂອງເຈົ້າເປັນແນວນີ້ມາໄດ້ດົນປານໃດແລ້ວ?” ລາວຕອບວ່າ, “ເປັນມາຕັ້ງແຕ່ນ້ອຍພຸ້ນ ຫລາຍເທື່ອແລ້ວ ທີ່ຜີຊົ່ວຮ້າຍພະຍາຍາມຂ້າລູກຂອງຂ້ານ້ອຍ ໂດຍຊຸກລາວໃສ່ໄຟ ແລະຊຸກລາວໃຫ້ຕົກນໍ້າ, ແຕ່ຖ້າທ່ານສາມາດຊ່ວຍໄດ້ຂໍໂຜດສົງສານຂ້ານ້ອຍແດ່ທ້ອນ.” ພຣະເຢຊູເຈົ້າກ່າວຕອບວ່າ, “ຖ້າສາມາດຊ່ວຍໄດ້ ຢາກເວົ້າຢ່າງນັ້ນບໍ? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.” ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍນັ້ນໄດ້ຮ້ອງໄຫ້ທັງນໍ້າຕາໄຫລ ກ່າວວ່າ, “ໂຜດຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ.” ເມື່ອພຣະເຢຊູເຈົ້າເຫັນໝູ່ປະຊາຊົນກຳລັງບຸບຽດກັນເຂົ້າມາໃກ້ ພຣະອົງຈຶ່ງສັ່ງຜີຊົ່ວຮ້າຍນັ້ນວ່າ, “ບັກຜີປາກກືກ ຫູໜວກ ກູສັ່ງມຶງອອກຈາກເດັກນ້ອຍ ແລະຢ່າກັບເຂົ້າມາອີກຈັກເທື່ອ.” ຜີຮ້າຍນັ້ນຮ້ອງແຜດສຽງຂຶ້ນ ມັນເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງ ຈົນເຕັມກຳລັງແລ້ວກໍອອກໜີໄປ ເດັກນັ້ນກາຍເປັນເໝືອນຄົນຕາຍ ຈົນຫລາຍຄົນເວົ້າອອກມາວ່າ, “ມັນຕາຍແລ້ວ.” ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍແລະດຶງໃຫ້ລຸກຂຶ້ນ ແລ້ວເດັກນັ້ນກໍລຸກຢືນຂຶ້ນ. ຫລັງຈາກທີ່ພຣະເຢຊູເຈົ້າເຂົ້າໄປໃນເຮືອນແລ້ວ ພວກສາວົກຂອງພຣະອົງກໍຖາມພຣະອົງເປັນທາງສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍຈຶ່ງຂັບໄລ່ມັນອອກບໍ່ໄດ້?” ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຜີຮ້າຍແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານເທົ່ານັ້ນ.”