YouVersion Logo
Search Icon

ມາຣະໂກ 8:1-10

ມາຣະໂກ 8:1-10 ພຄພ

ຫລັງຈາກ​ນັ້ນ​ບໍ່​ດົນ ປະຊາຊົນ​ໝູ່ໃຫຍ່​ກໍ​ມາ​ເຕົ້າໂຮມ​ກັນ​ອີກ ເມື່ອ​ປະຊາຊົນ​ບໍ່ມີ​ຫຍັງ​ກິນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກ​ສາວົກ​ມາ ແລະ​ກ່າວ​ວ່າ, “ເຮົາ​ສົງສານ​ຄົນ​ເຫຼົ່ານີ້ ເພາະ​ພວກເຂົາ​ຢູ່​ນຳ​ເຮົາ​ເຖິງ​ສາມ​ວັນ​ແລ້ວ ແລະ​ບໍ່ມີ​ອາຫານ​ກິນ. ຖ້າ​ເຮົາ​ບອກ​ພວກເຂົາ​ກັບ​ເມືອ​ບ້ານ​ເມືອງ​ເມື່ອ​ຍັງ​ຫິວ​ຢູ່, ພວກເຂົາ​ກໍ​ຄົງ​ເມື່ອຍ​ອິດອ່ອນ​ຕາມ​ທາງ ເພາະ​ບາງຄົນ​ມາ​ແຕ່​ໄກ.” ພວກ​ສາວົກ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຢູ່​ໃນ​ບ່ອນ​ປ່ຽວ​ເຊັ່ນນີ້​ຈະ​ຫາ​ອາຫານ​ມາ​ແຕ່​ໃສ ພໍ​ໃຫ້​ຄົນ​ເຫຼົ່ານີ້​ກິນ​ອີ່ມ​ທຸກຄົນ?” ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ”. ສະນັ້ນ ພຣະອົງ​ຈຶ່ງ​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ​ນັ້ນ ມາ​ໂມທະນາ​ຂອບພຣະຄຸນ​ແລ້ວ ຫັກ​ໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ແລະ​ພວກ​ສາວົກ​ກໍ​ປະຕິບັດ​ຕາມ. ພວກເຂົາ​ຍັງ​ມີ​ປາ​ນ້ອຍ​ຈຳນວນ​ໜຶ່ງ. ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຂໍ​ພຣະພອນ​ສຳລັບ​ປາ​ນ້ອຍ​ເຫຼົ່ານັ້ນ ແລະ​ສັ່ງ​ໃຫ້​ພວກ​ສາວົກ​ນຳ​ເອົາ​ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ​ເຊັ່ນກັນ. ທຸກຄົນ​ຕ່າງ​ກໍ​ກິນ​ອີ່ມ ພວກ​ສາວົກ​ໄດ້​ໄປ​ເກັບ​ເອົາ​ຕ່ອນ​ທີ່​ເຫຼືອ​ໄດ້​ເຈັດ​ກະບຸງ​ເຕັມ. ໃນ​ທີ່ນັ້ນ ມີ​ປະຊາຊົນ​ປະມານ​ສີ່ພັນ​ຄົນ, ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ໃຫ້​ພວກເຂົາ​ເລີກ​ເມືອ ໃນ​ທັນໃດນັ້ນ ພຣະອົງ​ຈຶ່ງ​ຂຶ້ນ​ເຮືອ​ກັບ​ພວກ​ສາວົກ​ໄປ​ເຖິງ​ຂົງເຂດ​ດານມານຸທາ.