YouVersion Logo
Search Icon

ມາຣະໂກ 7:24-30

ມາຣະໂກ 7:24-30 ພຄພ

ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ໄປ​ຍັງ​ຂົງເຂດ​ໜຶ່ງ​ທີ່​ຢູ່​ໃກ້​ກັບ​ເມືອງ​ຕີເຣ, ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໜຶ່ງ ແລະ​ບໍ່​ຢາກ​ໃຫ້​ຜູ້ໃດ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ທີ່ນັ້ນ, ແຕ່​ພຣະອົງ​ກໍ​ບໍ່​ອາດ​ຫລົບ​ຫລີກ​ໄດ້. ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ​ທີ່​ລູກສາວ​ຖືກ​ຜີຊົ່ວຮ້າຍ​ສິງ ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ແລະ​ໃນ​ທັນໃດນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ. ຍິງ​ຜູ້​ນີ້​ເປັນ​ຊາວ​ກຣີກ​ເກີດ​ຢູ່​ໃນ​ໂຟນີເຊຍ ປະເທດ​ຊີເຣຍ, ນາງ​ອ້ອນວອນ​ຂໍ​ພຣະເຢຊູເຈົ້າ​ໃຫ້​ຂັບໄລ່​ຜີຊົ່ວຮ້າຍ​ອອກ​ຈາກ​ລູກສາວ​ຂອງ​ນາງ. ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ໃຫ້​ເດັກນ້ອຍ​ທັງຫລາຍ​ຂອງເຮົາ​ກິນ​ອີ່ມ​ກ່ອນ, ບໍ່​ເປັນ​ການ​ສົມຄວນ​ທີ່​ຈະ​ໂຍນ​ອາຫານ​ຂອງ​ລູກ​ໃຫ້​ໝາ.” ນາງ​ຕອບ​ວ່າ, “ແມ່ນ​ແລ້ວ​ທ່ານເອີຍ ແມ່ນແຕ່​ໝາ​ທີ່​ຢູ່​ກ້ອງ​ໂຕະ​ກໍ​ຍັງ​ກິນ​ເສດ​ອາຫານ​ຂອງ​ເດັກນ້ອຍ.” ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ເພາະ​ຄຳ​ເວົ້າ​ດັ່ງ​ກ່າວ​ນີ້ ເຈົ້າ​ຈົ່ງ​ກັບ​ເມືອ​ເຮືອນ​ສາ, ຜີມານຮ້າຍ​ໄດ້​ອອກ​ຈາກ​ລູກສາວ​ຂອງ​ເຈົ້າ​ແລ້ວ.” ນາງ​ຈຶ່ງ​ກັບ​ເມືອ​ເຮືອນ ແລະ​ເຫັນ​ລູກສາວ​ຂອງຕົນ​ນອນ​ຢູ່​ເທິງ​ຕຽງ, ຜີມານຮ້າຍ​ໄດ້​ອອກ​ຈາກ​ນາງ​ແລ້ວ.

Free Reading Plans and Devotionals related to ມາຣະໂກ 7:24-30