YouVersion Logo
Search Icon

ມາຣະໂກ 6:32-44

ມາຣະໂກ 6:32-44 ພຄພ

ສະນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ ຈຶ່ງ​ຂີ່​ເຮືອ​ອອກ​ໄປ​ບ່ອນ​ທີ່​ມິດງຽບ​ຕ່າງຫາກ. ແຕ່​ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ອອກ​ໄປ ຈຶ່ງ​ຮູ້​ໄດ້​ທັນທີ. ສະນັ້ນ ປະຊາຊົນ​ຈາກ​ທຸກ​ເມຶອງ​ຈຶ່ງ​ເດີນທາງ​ຍ່າງ​ໄປ​ລ່ວງໜ້າ ກ່ອນ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຈະ​ໄປ​ເຖິງ​ນັ້ນ. ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ ພຣະອົງ​ກໍ​ເຫັນ​ປະຊາຊົນ​ໝູ່ໃຫຍ່ ຈຶ່ງ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ເປັນ​ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ. ສະນັ້ນ ພຣະອົງ​ຈຶ່ງ​ຕັ້ງຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ປະການ. ເມື່ອ​ຄ້າຍ​ຄໍ່າ​ມາ​ແລ້ວ ພວກ​ສາວົກ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ຄໍ່າ​ແລ້ວ​ເດ ແລະ​ທີ່​ນີ້​ກໍ​ເປັນ​ປ່າ. ຂໍ​ໃຫ້​ປະຊາຊົນ​ເລີກ​ເມືອ​ຫາ​ຊື້​ອາຫານ​ກິນ ຕາມ​ບ້ານໄຮ່​ບ້ານນາ​ແຖບ​ນີ້​ສາ.” ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຈົ່ງ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ.” ພວກ​ສາວົກ​ຖາມ​ພຣະອົງ​ວ່າ, “ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຫາ​ຊື້​ອາຫານ ລາຄາ​ເຖິງ​ສອງຮ້ອຍ​ຫລຽນ​ເງິນ ໃຫ້​ພວກເຂົາ​ກິນ​ບໍ?” ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ? ຈົ່ງ​ໄປ​ເບິ່ງດູ?” ເມື່ອ​ພວກເພິ່ນ​ໄປ​ຊອກ​ເບິ່ງ​ແລ້ວ ກໍ​ມາ​ບອກ​ພຣະເຢຊູເຈົ້າ​ວ່າ, “ມີ​ເຂົ້າຈີ່​ຫ້າ​ກ້ອນ ແລະ​ປາ​ສອງ​ໂຕ.” ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ບັນດາ​ສາວົກ​ຂອງ​ພຣະອົງ ຈັດ​ປະຊາຊົນ​ເຂົ້າ​ກັນ​ໃຫ້​ເປັນ​ໝູ່ໆ ແລະ​ໃຫ້​ນັ່ງ​ລົງ​ຕາມ​ທົ່ງຫຍ້າ​ຂຽວ​ສົດ. ສະນັ້ນ ປະຊາຊົນ​ຈຶ່ງ​ນັ່ງ​ລົງ​ເປັນ​ຖັນ​ເປັນ​ແຖວ ຄື​ແຖວ​ລະ​ຮ້ອຍ​ຄົນ ແລະ​ແຖວ​ລະ​ຫ້າສິບ​ຄົນ. ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ ໂດຍ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລ້ວ​ຫັກ​ເຂົ້າຈີ່ ແລະ​ຍື່ນໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ພຣະອົງ​ຍັງ​ໄດ້​ແບ່ງປັນ​ປາ​ສອງ​ໂຕ​ໃຫ້​ພວກເຂົາ​ທົ່ວ​ເຖິງ​ກັນ​ອີກ​ດ້ວຍ. ພວກເຂົາ​ກິນ​ອີ່ມ​ທຸກຄົນ. ແລ້ວ​ພວກ​ສາວົກ​ກໍ​ເກັບ​ເຂົ້າຈີ່​ແລະ​ປາ​ທີ່​ເຫຼືອ​ນັ້ນ ໄດ້​ເຕັມ​ສິບສອງ​ກະບຸງ. ໃນ​ຈຳນວນ​ປະຊາຊົນ​ທີ່​ໄດ້​ກິນ​ເຂົ້າຈີ່​ນັ້ນ ມີ​ຜູ້ຊາຍ​ຫ້າພັນ​ຄົນ.