ມາຣະໂກ 5:21-43
ມາຣະໂກ 5:21-43 ພຄພ
ເມື່ອພຣະເຢຊູເຈົ້າຂີ່ເຮືອຂ້າມທະເລສາບກັບໄປແລ້ວ ທີ່ແຄມທະເລສາບນັ້ນ ປະຊາຊົນໝູ່ໃຫຍ່ໄດ້ມາເຕົ້າໂຮມກັນອ້ອມພຣະອົງ. ມີຊາຍຄົນໜຶ່ງຊື່ວ່າຢາອີໂຣໄດ້ມາຫາພຣະເຢຊູເຈົ້າ ເຂົາເປັນຫົວໜ້າທຳມະສາລາໃນທ້ອງຖິ່ນນັ້ນ ເມື່ອເຂົາເຫັນພຣະເຢຊູເຈົ້າຈຶ່ງກົ້ມຂາບລົງທີ່ຕີນຂອງພຣະອົງ ແລະຮ້ອງຂໍຄວາມຊ່ວຍເຫລືອນຳພຣະເຢຊູເຈົ້າວ່າ, “ລູກສາວຂ້ານ້ອຍເຈັບໜັກໃກ້ຈະຕາຍແລ້ວ ຂໍທ່ານກະລຸນາໄປວາງມືໃສ່ນາງດ້ວຍເຖີດ ເພື່ອລາວຈະຫາຍດີ ແລະມີຊີວິດຢູ່.” ພຣະເຢຊູເຈົ້າກໍໄປກັບລາວ ມີປະຊາຊົນຢ່າງໜາແໜ້ນບຸບຽດພຣະອົງໄປ. ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ, ເຖິງວ່ານາງໄດ້ໄປໃຫ້ໝໍຫລາຍຄົນປິ່ນປົວ ແລະເສຍເງິນໄປຢ່າງຫລວງຫລາຍແລ້ວກໍຕາມ, ແຕ່ພະຍາດນີ້ກໍບໍ່ໄດ້ທຸເລົາລົງເລີຍ ກັບຮຸນແຮງຂຶ້ນກວ່າເກົ່າອີກ. ເມື່ອນາງໄດ້ຍິນຄົນເວົ້າເຖິງພຣະເຢຊູເຈົ້າ ນາງຈຶ່ງຍ່າງມາທາງຫລັງພຣະອົງປົນກັບປະຊາຊົນ ແລະບາຍເຄື່ອງນຸ່ງຂອງພຣະອົງ ໂດຍຄິດໃນໃຈວ່າ, “ຖ້າເຮົາໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດ.” ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງພຣະອົງ ແລະພະຍາດເລືອດຕົກນັ້ນ ກໍຢຸດທັນທີ, ນາງຮູ້ສຶກໃນຕົວວ່າຕົນດີພະຍາດແລ້ວ. ຝ່າຍພຣະເຢຊູເຈົ້າກໍຮູ້ໄດ້ໃນທັນທີວ່າ ຣິດໄດ້ອອກຈາກພຣະອົງ. ດັ່ງນັ້ນ ພຣະອົງຈຶ່ງອວ່າຍໜ້າມາທາງປະຊາຊົນ ແລະຖາມວ່າ, “ຜູ້ໃດບາຍເຄື່ອງນຸ່ງເຮົາ?” ພວກສາວົກຂອງພຣະອົງຕອບວ່າ, “ທ່ານກໍເຫັນແລ້ວວ່າ ປະຊາຊົນບຸບຽດທ່ານສໍ່າໃດ? ເປັນຫຍັງທ່ານຈຶ່ງຖາມວ່າ ຜູ້ໃດບາຍທ່ານ?” ແຕ່ພຣະເຢຊູເຈົ້າໄດ້ຫລຽວໄປອ້ອມໆພຣະອົງ ເພື່ອຊອກເບິ່ງວ່າຜູ້ໃດເປັນຜູ້ເຮັດ. ສ່ວນຍິງຜູ້ນັ້ນກໍຢ້ານກົວຈົນຕົວສັ່ນ ເພາະຮູ້ດີເຖິງສິ່ງທີ່ໄດ້ເກີດຂຶ້ນກັບຕົນ. ສະນັ້ນ ນາງຈຶ່ງມາຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະເວົ້າຄວາມຈິງທັງໝົດສູ່ພຣະອົງຟັງ. ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກ ແລະດີພະຍາດສາ.” ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີຜູ້ນຳຂ່າວບາງຄົນແຕ່ເຮືອນຢາອີໂຣມາບອກວ່າ, “ລູກສາວຂອງເຈົ້າຕາຍແລ້ວ ຍັງລົບກວນອາຈານເຮັດຫຍັງ?” ແຕ່ພຣະເຢຊູເຈົ້າບໍ່ສົນໃຈນຳ ສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແລະກ່າວແກ່ຢາອີໂຣວ່າ, “ຢ່າວິຕົກເລີຍ ຈົ່ງເຊື່ອເທົ່ານັ້ນ.” ພຣະອົງກໍບໍ່ຊົງອະນຸຍາດໃຫ້ຜູ້ໃດໄປນຳພຣະອົງ ນອກຈາກເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ. ເມື່ອມາຮອດເຮືອນຂອງຫົວໜ້າທຳມະສາລາແລ້ວ ພຣະອົງກໍເຫັນຄົນວຸ້ນວາຍຢູ່ ຄືຮ້ອງໄຫ້ແລະສົ່ງສຽງຄໍ່າຄວນ. ພຣະເຢຊູເຈົ້າເຂົ້າໄປໃນເຮືອນ ແລະກ່າວແກ່ພວກເຂົາວ່າ, “ພວກເຈົ້າວຸ້ນວາຍ ແລະຮ້ອງໄຫ້ຄໍ່າຄວນເຮັດຫຍັງ? ເດັກຍິງຜູ້ນີ້ບໍ່ໄດ້ຕາຍດອກ ນາງພຽງແຕ່ນອນຫລັບເທົ່ານັ້ນ.” ພວກເຂົາພາກັນຫົວຂວັນພຣະອົງ. ສະນັ້ນ ພຣະອົງຈຶ່ງໄລ່ທຸກຄົນໃຫ້ອອກໄປໝົດ ແລະເອົາແຕ່ພໍ່ແມ່ເດັກນ້ອຍກັບສາວົກສາມຄົນເທົ່ານັ້ນ ເຂົ້າໄປໃນຫ້ອງທີ່ເດັກນ້ອຍນອນຢູ່. ພຣະອົງຈັບມືເດັກນ້ອຍນັ້ນ ແລະກ່າວແກ່ນາງວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງນ້ອຍເອີຍ ຈົ່ງລຸກຂຶ້ນ. ໃນທັນໃດນັ້ນ ເດັກຍິງກໍລຸກຂຶ້ນ ແລະຍ່າງໄປມາ. (ນາງອາຍຸໄດ້ສິບສອງປີແລ້ວ) ພວກເຂົາໄດ້ງຶດປະຫລາດໃຈຫລາຍ. ແຕ່ພຣະເຢຊູເຈົ້າໄດ້ສັ່ງຫ້າມພວກເຂົາ ບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດເປັນເດັດຂາດ ແລ້ວພຣະອົງກໍກ່າວວ່າ, “ຈົ່ງເອົາອາຫານມາໃຫ້ນາງກິນ.”