ມາຣະໂກ 5:1-20
ມາຣະໂກ 5:1-20 ພຄພ
ຕໍ່ມາ ພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ໄດ້ມາຮອດຝັ່ງອີກດ້ານໜຶ່ງ ຂອງທະເລສາບຄາລີເລໃກ້ເມືອງເຄຣາຊາ. ພໍພຣະເຢຊູເຈົ້າອອກຈາກເຮືອໄປ ກໍມີຊາຍຜູ້ໜຶ່ງມີຜີຊົ່ວຮ້າຍສິງຢູ່ ໄດ້ອອກຈາກປ່າຊ້າມາພົບພຣະອົງ. ຊາຍຜູ້ນີ້ເຄີຍອາໄສຢູ່ຕາມປ່າຊ້າ ບໍ່ມີຜູ້ໃດສາມາດມັດຫລືແມ່ນແຕ່ລ່າມໂສ້ມັນໄວ້ໄດ້, ເຂົາເຄີຍລ່າມໂສ້ໃສ່ຕີນຜູກມັດໄວ້ຫລາຍເທື່ອແລ້ວ, ແຕ່ມັນກໍຫັກໂສ້ໃຫ້ຂາດ ແລະຫັກໃຫ້ໝຸ່ນໄປໄດ້ທຸກເທື່ອ ມັນແຂງແຮງຫລາຍ ຈົນບໍ່ມີຜູ້ໃດປາບມັນໄດ້. ມັນທ່ອງທ່ຽວໄປມາຢູ່ຕາມປ່າຊ້າ ແລະຕາມເນີນພູເຂົາທັງເວັນທັງຄືນ ໂດຍແຜດສຽງຮ້ອງ ແລະເອົາຫີນປາດຕາມເນື້ອຕົວຂອງຕົນເອງ. ເມື່ອມັນຫລຽວເຫັນພຣະເຢຊູເຈົ້າແຕ່ໄກໆ ມັນໄດ້ແລ່ນມາຫາ ແລະຂາບລົງຕໍ່ໜ້າພຣະອົງ, ແລະ ຮ້ອງດ້ວຍສຽງດັງວ່າ, “ເຢຊູບຸດພຣະເຈົ້າຜູ້ສູງສຸດເອີຍ, ທ່ານມາຫຍຸ້ງກ່ຽວຫຍັງກັບຂ້ານ້ອຍ? ຂ້ານ້ອຍຂໍຮ້ອງທ່ານສັນຍາໃນພຣະນາມພຣະເຈົ້າວ່າ ຈະບໍ່ທໍລະມານຂ້ານ້ອຍ” ( ມັນເວົ້າເຊັ່ນນີ້ກໍເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, “ຜີຊົ່ວຮ້າຍອອກຈາກຊາຍຄົນນີ້ແມ”) ພຣະເຢຊູເຈົ້າໄດ້ຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບວ່າ, “ຊື່ກອງທັບ ເພາະພວກຂ້ານ້ອຍມີຢູ່ດ້ວຍກັນຫລາຍໂຕ.” ມັນຂໍຮ້ອງນຳພຣະເຢຊູເຈົ້າ ບໍ່ໃຫ້ຂັບໄລ່ພວກມັນອອກໄປຈາກເຂດແດນນີ້. ຢູ່ໃກ້ພູນັ້ນ ມີໝູຝູງໃຫຍ່ທີ່ກຳລັງຊອກຫາກິນຢູ່ຕາມເນີນພູ. ດັ່ງນັ້ນ ຜີຊົ່ວຮ້າຍທີ່ສິງຢູ່ນັ້ນ ຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນຝູງໝູສາ.” ພຣະອົງອະນຸຍາດໃຫ້ພວກມັນ ແລ້ວຜີຊົ່ວຮ້າຍຈຶ່ງອອກຈາກຊາຍຄົນນັ້ນ ແລະເຂົ້າໄປໃນຝູງໝູ, ໝູທັງໝົດປະມານສອງພັນໂຕ ກໍຟ້າວແລ່ນລົງຕະລິ່ງຊັນ ແລະໂຕນລົງທະເລສາບຈົມນໍ້າຕາຍໝົດ. ສ່ວນພວກລ້ຽງໝູຕ່າງກໍແລ່ນໜີ ແລະໄປບອກເລື່ອງທີ່ໄດ້ເກີດຂຶ້ນນັ້ນຕາມໃນເມືອງ ແລະຕາມນອກເມືອງ. ດັ່ງນັ້ນ ປະຊາຊົນຈຶ່ງອອກມາເບິ່ງເຫດການທີ່ໄດ້ເກີດຂຶ້ນ. ພວກເຂົາມາຫາພຣະເຢຊູເຈົ້າ ແລະເຫັນຊາຍທີ່ຜີມານຮ້າຍເປັນກອງທັບເຄີຍສິງຢູ່ ເຫັນລາວນຸ່ງເຄື່ອງ ແລະນັ່ງຮຽບຮ້ອຍ ໂດຍມີສະຕິອາຣົມເປັນປົກກະຕິດີ ແລະປະຊາຊົນເຫຼົ່ານີ້ຕ່າງກໍສະທ້ານຢ້ານກົວຫລາຍ. ແລ້ວພວກທີ່ໄດ້ເຫັນເຫດການ ກໍເລົ່າເຖິງສິ່ງທີ່ໄດ້ເກີດຂຶ້ນກັບຄົນຜີມານຮ້າຍສິງ ແລະກັບຝູງໝູນັ້ນສູ່ປະຊາຊົນຟັງ. ສະນັ້ນ ພວກເຂົາຈຶ່ງຂໍຮ້ອງພຣະເຢຊູເຈົ້າໃຫ້ໜີໄປຈາກເຂດແດນຂອງພວກຕົນ. ເມື່ອພຣະເຢຊູເຈົ້າກຳລັງລົງເຮືອ ຊາຍທີ່ຜີມານຮ້າຍເຄີຍສິງນັ້ນ ກໍອ້ອນວອນຂໍຢູ່ກັບພຣະອົງ. ແຕ່ພຣະເຢຊູເຈົ້າບໍ່ໃຫ້ລາວໄປນຳ ໂດຍກ່າວແກ່ລາວວ່າ, “ຈົ່ງກັບເມືອບ້ານ ຫາຍາດຕິພີ່ນ້ອງຂອງເຈົ້າ ແລະບອກພວກເຂົາເຖິງເຫດການອັນຍິ່ງໃຫຍ່ ທີ່ອົງພຣະຜູ້ເປັນເຈົ້າໄດ້ກະທຳສຳລັບເຈົ້າ ແລະພຣະເມດຕາທີ່ມີຕໍ່ເຈົ້າ.” ສະນັ້ນ ຊາຍຜູ້ນີ້ຈຶ່ງລາພຣະເຢຊູເຈົ້າໄປ ແລະຕັ້ງຕົ້ນປະກາດເລື່ອງທີ່ພຣະເຢຊູເຈົ້າ ໄດ້ເຮັດແກ່ຕົນໃນແຂວງເດກາໂປລີ, ແລ້ວຄົນທັງຫລາຍທີ່ໄດ້ຍິນເລື່ອງນີ້ ຕ່າງກໍງຶດປະຫລາດໃຈ.