ມາຣະໂກ 4:35-41
ມາຣະໂກ 4:35-41 ພຄພ
ຕອນຄໍ່າໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມທະເລສາບໄປຟາກນັ້ນເທາະ.” ສະນັ້ນ ພວກເພິ່ນຈຶ່ງລາປະຊາຊົນ ແລ້ວລົງໄປໃນເຮືອທີ່ພຣະເຢຊູເຈົ້ານັ່ງຢູ່ແລ້ວ ແລະພາກັນຂີ່ໄປ, ນອກນີ້ຍັງມີເຮືອລຳອື່ນອີກຫລາຍລຳໄປນຳດ້ວຍ. ແລ້ວລົມພະຍຸກໍເລີ່ມພັດມາແຮງ ແລະຟອງນໍ້າຊັດເຂົ້າເຮືອຈົນເຮືອເກືອບຈະເຕັມດ້ວຍນໍ້າ. ສ່ວນພຣະເຢຊູເຈົ້ານັ້ນ ນອນໝູນໝອນຫລັບຢູ່ທ້າຍເຮືອ. ສະນັ້ນ ພວກສາວົກຈຶ່ງໄປປຸກພຣະອົງວ່າ, “ອາຈານເອີຍ, ທ່ານບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຈົມນໍ້າຕາຍຢູ່ແລ້ວ.” ພຣະອົງຈຶ່ງຕື່ນຂຶ້ນມາ ແລະກ່າວແກ່ທະເລວ່າ, “ງຽບສະຫງົບແມ”. ແລ້ວລົມກໍເຊົາ ຟອງນໍ້າກໍສະຫງົບງຽບທົ່ວໄປ. ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ?” ແຕ່ພວກເພິ່ນຕົກໃຈຢ້ານຫລາຍທັງເວົ້າຕໍ່ກັນແລະກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດໜໍ? ແມ່ນແຕ່ລົມ ແລະຟອງທະເລກໍຍອມຟັງຄວາມເພິ່ນ.”