ມາຣະໂກ 3:7-10
ມາຣະໂກ 3:7-10 ພຄພ
ພຣະເຢຊູເຈົ້າໄດ້ນຳພາພວກສາວົກຂອງພຣະອົງອອກໄປສູ່ຝັ່ງທະເລສາບຄາລີເລ ແລະ ມີປະຊາຊົນໝູ່ໃຫຍ່ມາຈາກແຂວງຄາລີເລ, ໄດ້ຕິດຕາມພຣະອົງໄປ ທັງຈາກແຂວງຢູດາຍ. ຈາກນະຄອນເຢຣູຊາເລັມ, ຈາກເຂດແດນອີດູມາຍ, ຈາກເຂດແດນຟາກຕາເວັນອອກຂອງແມ່ນໍ້າຈໍແດນ ແລະຂົງເຂດອ້ອມແອ້ມເມືອງຕີເຣແລະຊີໂດນ ປະຊາຊົນໝູ່ໃຫຍ່ນີ້ໄດ້ມາຫາພຣະເຢຊູເຈົ້າ ເພາະພວກເຂົາໄດ້ຍິນເຖິງສິ່ງທີ່ພຣະອົງໄດ້ກະທຳ. ສະນັ້ນ ພຣະອົງຈຶ່ງບອກພວກສາວົກໃຫ້ຕຽມເຮືອນ້ອຍລຳໜຶ່ງໄວ້ ເພື່ອປະຊາຊົນຈະບໍ່ໄດ້ບຽດສຽດພຣະອົງ. ພຣະອົງໄດ້ຊົງໂຜດຫລາຍຄົນໃຫ້ຫາຍດີພະຍາດໂຣຄາ, ບັນດາຄົນເຈັບດ້ວຍພະຍາດຕ່າງໆ ຈຶ່ງບຽດກັນເຂົ້າມາຫາພຣະອົງ ເພື່ອຈະຈັບບາຍພຣະອົງ.