ມາຣະໂກ 11:12-26
ມາຣະໂກ 11:12-26 ພຄພ
ໃນຕອນເຊົ້າວັນຕໍ່ມາ ເມື່ອພຣະເຢຊູເຈົ້າກັບພວກສາວົກອອກຈາກບ້ານເບັດທານີໄປ ພຣະອົງກໍຫິວເຂົ້າ. ເມື່ອເຫັນຕົ້ນໝາກເດື່ອເທດຕົ້ນໜຶ່ງແຕ່ໄກ ຊຶ່ງມີໃບດົກໜາດີ ແລະພຣະອົງກໍໄປເບິ່ງວ່າມັນມີໝາກຫລືບໍ່, ແຕ່ເມື່ອພຣະອົງໄປເຖິງຕົ້ນໄມ້ແລ້ວ ກໍບໍ່ເຫັນໝາກມີແຕ່ໃບເທົ່ານັ້ນ ເພາະບໍ່ແມ່ນລະດູເກີດໝາກ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຕໍ່ຕົ້ນໝາກເດື່ອເທດວ່າ, “ຢ່າໃຫ້ຜູ້ໃດໄດ້ກິນໝາກຂອງມຶງອີກຈັກເທື່ອ.” ຝ່າຍສາວົກກໍໄດ້ຍິນຄຳທີ່ພຣະອົງໄດ້ກ່າວນັ້ນ. ເມື່ອພຣະເຢຊູເຈົ້າແລະພວກສາວົກຂອງພຣະອົງ ມາເຖິງນະຄອນເຢຣູຊາເລັມ, ແລ້ວພຣະເຢຊູເຈົ້າໄດ້ເຂົ້າໄປໃນບໍລິເວນພຣະວິຫານ ພຣະອົງໄດ້ຕັ້ງຕົ້ນຂັບໄລ່ບັນດາພວກຄົນຊື້ຂາຍໃນບໍລິເວນພຣະວິຫານອອກໄປ, ພຣະອົງຂວໍ້າໂຕະຂອງພວກຮັບແລກປ່ຽນເງິນ ແລະຂວໍ້າບ່ອນນັ່ງຂອງຄົນຂາຍນົກເຂົາ. ແລະ ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດ ຂົນສິ່ງຂອງຜ່ານພຣະວິຫານໄປ. ແລ້ວພຣະອົງກໍໄດ້ສັ່ງສອນພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະວິຫານຂອງເຮົາຈະເອີ້ນວ່າ ເປັນສະຖານທີ່ພາວັນນາອະທິຖານສຳລັບຄົນທຸກຊາດ’, ແຕ່ພວກເຈົ້າເຮັດໃຫ້ເປັນຖໍ້າຂອງໂຈນ.” ເມື່ອພວກຫົວໜ້າປະໂຣຫິດແລະພວກທຳມະຈານ ໄດ້ຍິນເຊັ່ນນີ້ ພວກເຂົາຈຶ່ງຊອກຫາວິທີທາງຈະຂ້າພຣະເຢຊູເຈົ້າ. ພວກເຂົາຢ້ານພຣະອົງ ເພາະປະຊາຊົນທັງໝົດໄດ້ປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ. ພໍຕອນຄໍ່າມາ ພຣະເຢຊູເຈົ້າແລະພວກສາວົກກໍພາກັນອອກໄປຈາກເມືອງ. ວັນໃໝ່ຕໍ່ມາ ໃນເວລາເຊົ້າໆ ພຣະເຢຊູເຈົ້າກັບພວກສາວົກຍ່າງຜ່ານຕົ້ນເດື່ອເທດອີກ ພວກເພິ່ນໄດ້ສັງເກດເຫັນຕົ້ນເດື່ອເທດນັ້ນ ມັນຫ່ຽວແຫ້ງ ແລະຕາຍໄປຈົນເຖິງຮາກ. ເປໂຕຈື່ເຫດການທີ່ພຣະເຢຊູເຈົ້າໄດ້ເວົ້າແກ່ຕົ້ນໄມ້ນັ້ນ ຈຶ່ງເວົ້າກັບພຣະອົງວ່າ, “ພຣະອາຈານເອີຍ ເບິ່ງແມ! ຕົ້ນເດື່ອເທດທີ່ທ່ານໄດ້ສາບແຊ່ງນັ້ນຕາຍເສຍແລ້ວ.” ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’ ແລະບໍ່ມີຄວາມສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມຄຳສັ່ງນັ້ນ ແລ້ວກໍເປັນໄປຕາມນັ້ນ. ດ້ວຍເຫດນັ້ນ ເຮົາບອກເຈົ້າທັງຫລາຍວ່າ, ສິ່ງໃດທີ່ພວກເຈົ້າພາວັນນາອະທິຖານຂໍນັ້ນ ຈົ່ງເຊື່ອວ່າໄດ້ຮັບແລ້ວ ແລະຄົງຈະເປັນແກ່ເຈົ້າທັງຫລາຍ. ແລະເມື່ອເຈົ້າຢືນພາວັນນາອະທິຖານຢູ່ ຖ້າເຈົ້າມີເລື່ອງກັບຜູ້ໃດຜູ້ໜຶ່ງຈົ່ງຍົກໂທດໃຫ້ເຂົາ ເພື່ອພຣະບິດາເຈົ້າຂອງພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນ ຈະຍົກຄວາມຜິດບາບຂອງພວກເຈົ້າດ້ວຍ, [ແຕ່ຖ້າເຈົ້າບໍ່ຍົກໂທດນັ້ນ ພຣະບິດາຂອງເຈົ້າຜູ້ຊົງສະຖິດໃນສະຫວັນ ກໍຈະບໍ່ຍົກຄວາມຜິດຂອງເຈົ້າເໝືອນກັນ.”]