YouVersion Logo
Search Icon

ມາຣະໂກ 10:46-52

ມາຣະໂກ 10:46-52 ພຄພ

ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ຂອງ​ພຣະອົງ ເດີນທາງ​ມາ​ເຖິງ​ເມືອງ​ເຢຣີໂກ, ເມື່ອ​ພຣະອົງ​ກຳລັງ​ອອກ​ຈາກ​ເມືອງ​ໄປ​ກັບ​ພວກ​ສາວົກ ແລະ​ປະຊາຊົນ​ໝູ່ໃຫຍ່​ທີ່​ຕິດຕາມ​ຈຳນວນ​ຫລວງຫລາຍ ກໍ​ມີ​ຊາຍ​ຕາບອດ​ຜູ້ໜຶ່ງ​ຊື່​ວ່າ ບາຣະຕີມາຍ​ເປັນ​ລູກຊາຍ​ຂອງ​ຕີມາຍ ນັ່ງ​ຂໍທານ​ທີ່​ແຄມ​ທາງ. ເມື່ອ​ລາວ​ໄດ້ຍິນ​ວ່າ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ​ກຳລັງ​ມາ​ໃກ້ ລາວ​ກໍ​ຮ້ອງ​ຂຶ້ນ​ວ່າ, “ເຢຊູ ບຸດ​ດາວິດ​ເອີຍ, ຂໍ​ຊົງ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.” ມີ​ຫລາຍ​ຄົນ​ໄດ້​ຫ້າມ​ລາວ​ໃຫ້​ມິດ​ຢູ່ ແຕ່​ລາວ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ຕື່ມ​ວ່າ, “ເຢຊູ ບຸດ​ດາວິດ​ເອີຍ ຂໍໂຜດ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.” ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ​ສັ່ງ​ວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ລາວ​ມາ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລ້ວ​ເວົ້າ​ວ່າ, “ຈົ່ງ​ຊື່ນ​ໃຈ​ແລະ​ລຸກ​ຂຶ້ນ ເພິ່ນ​ກຳລັງ​ເອີ້ນ​ເອົາ​ເຈົ້າ.” ຊາຍ​ຕາບອດ​ຖິ້ມ​ຜ້າຕູ້ມ​ຂອງຕົນ ແລະ​ຮີບ​ລຸກ​ຂຶ້ນ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ແກ່​ເຈົ້າ?” ຊາຍ​ຕາບອດ​ຕອບ​ວ່າ, “ພຣະອາຈານ​ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ຮຸ່ງ​ແດ່ທ້ອນ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ໄປ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.” ໃນ​ທັນໃດນັ້ນ ລາວ​ກໍ​ເຫັນ​ຮຸ່ງ​ໄດ້ ແລະ​ເດີນ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.

Free Reading Plans and Devotionals related to ມາຣະໂກ 10:46-52