ມາຣະໂກ 10:32-34
ມາຣະໂກ 10:32-34 ພຄພ
ເມື່ອກຳລັງເດີນທາງຂຶ້ນເມືອນະຄອນເຢຣູຊາເລັມ, ພຣະເຢຊູເຈົ້າໄດ້ຍ່າງນຳໜ້າພວກເຂົາໄປ ພວກສາວົກໄດ້ວຸ້ນວາຍໃຈ ແລະພວກອື່ນທີ່ຍ່າງມາຕາມຫລັງຕ່າງກໍມີຄວາມຢ້ານ ແລ້ວພຣະເຢຊູເຈົ້າກໍພາສາວົກສິບສອງຄົນ ຍ່າງຫລີກອອກໄປທາງຂ້າງອີກເທື່ອໜຶ່ງ ແລະກ່າວເຖິງເຫດການທີ່ຈຳຕ້ອງເກີດຂຶ້ນກັບພຣະອົງ. ພຣະອົງບອກພວກເພິ່ນວ່າ, “ເບິ່ງແມ! ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາເລັມ ບ່ອນທີ່ບຸດມະນຸດຈະຖືກມອບໄວ້ ໃນກຳມືຂອງພວກຫົວໜ້າປະໂຣຫິດແລະພວກທຳມະຈານ ພວກເຫຼົ່ານີ້ຈະຕັດສິນລົງໂທດເພິ່ນໃຫ້ເຖິງຕາຍ ແລະຈະມອບເພິ່ນໄວ້ກັບຄົນຕ່າງຊາດ. ຄົນພວກນີ້ ຈະເຢາະເຢີ້ຍເພິ່ນ, ຈະຖົ່ມນໍ້າລາຍໃສ່ເພິ່ນ, ຈະຂ້ຽນຕີເພິ່ນ ແລະຈະຂ້າເພິ່ນເສຍ, ແຕ່ໃນວັນຖ້ວນສາມ ເພິ່ນຈະເປັນຄືນມາຈາກຄວາມຕາຍ.”