ມາຣະໂກ 1:40-45
ມາຣະໂກ 1:40-45 ພຄພ
ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ມາຫາພຣະເຢຊູເຈົ້າເພື່ອຂໍໃຫ້ພຣະອົງຊ່ວຍ, ລາວຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວເວົ້າວ່າ, “ຖ້າທ່ານພໍໃຈ ກໍຈະເຮັດໃຫ້ຂ້ານ້ອຍສະອາດດີໄດ້.” ພຣະເຢຊູເຈົ້າມີໃຈສົງສານຄົນນັ້ນ ຈຶ່ງເດ່ມືອອກໄປແຕະຕ້ອງລາວໂດຍກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ.” ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະລາວຈຶ່ງດີສະອາດ. ແລ້ວພຣະເຢຊູເຈົ້າກໍເຕືອນລາວຢ່າງເຂັ້ມງວດ ແລະບອກລາວໃຫ້ໜີໄປໃນທັນທີທັນໃດ ໂດຍສັ່ງໃຫ້ລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າວ່າດີສະອາດແລ້ວ ຕໍ່ຈາກນັ້ນໃຫ້ເຈົ້າຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ ເຈົ້າດີສະອາດແລ້ວ.” ແຕ່ຊາຍຄົນນີ້ພໍຈາກໄປແລ້ວ ລາວກໍປະກາດຂ່າວນີ້ໃຫ້ຊ່າລືໄປທົ່ວທຸກບ່ອນ. ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ອາດເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ, ແຕ່ພຣະອົງໄດ້ໄປອາໄສຢູ່ນອກເມືອງ ໃນບ່ອນປ່ຽວ ເຖິງປານນັ້ນ ກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.