YouVersion Logo
Search Icon

ມາຣະໂກ 1:21-28

ມາຣະໂກ 1:21-28 ພຄພ

ພຣະເຢຊູເຈົ້າ​ກັບ​ບັນດາ​ສາວົກ​ຂອງ​ພຣະອົງ ໄດ້​ມາ​ທີ່​ເມືອງ​ກາເປນາອູມ ແລະ​ເຖິງ​ວັນ​ຊະບາໂຕ ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ໄດ້​ຕັ້ງຕົ້ນ​ສັ່ງສອນ. ປະຊາຊົນ​ທີ່​ໄດ້ຍິນ​ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະອົງ ພຣະອົງ​ໄດ້​ສັ່ງສອນ​ດ້ວຍ​ສິດ​ອຳນາດ​ບໍ່​ເໝືອນ​ພວກ​ທຳມະຈານ. ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ຂອງ​ພວກເຂົາ​ທີ່​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ແລະ​ລາວ​ໄດ້ຮ້ອງ​ຂຶ້ນ​ວ່າ, “ເຢຊູ​ໄທ​ນາຊາເຣັດ​ເອີຍ ທ່ານ​ມາ​ຫຍຸ້ງກ່ຽວ​ນຳ​ພວກເຮົາ​ເຮັດ​ຫຍັງ? ທ່ານ​ມາ​ທີ່​ນີ້​ເພື່ອ​ທຳລາຍ​ພວກເຮົາ​ບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຜູ້ໃດ ກໍ​ເປັນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ.” ພຣະເຢຊູເຈົ້າ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ມິດ​ແມ ແລະ​ອອກ​ຈາກ​ຊາຍ​ຄົນ​ນີ້​ສາ.” ຜີຊົ່ວຮ້າຍ​ໄດ້​ເຮັດ​ໃຫ້​ລາວ​ຊັກ​ດິ້ນ​ຢ່າງ​ແຮງ ຮ້ອງ​ສຽງດັງ ແລະ​ມັນ​ກໍ​ອອກ​ໄປ​ຈາກ​ລາວ. ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ຄຳສັ່ງສອນ​ໃໝ່​ມີ​ສິດ​ອຳນາດ​ແທ້ ເພາະ​ທ່ານ​ຜູ້​ນີ້​ສັ່ງ​ຜີຊົ່ວຮ້າຍ ແລະ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.” ດັ່ງນັ້ນ ຊື່ສຽງ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ຊ່າລື​ໄປ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ​ໃນ​ແຂວງ​ຄາລີເລ.

Free Reading Plans and Devotionals related to ມາຣະໂກ 1:21-28