ມັດທາຍ 27:62-66
ມັດທາຍ 27:62-66 ພຄພ
ວັນຕໍ່ມາເປັນວັນຊະບາໂຕ ພວກຫົວໜ້າປະໂຣຫິດກັບພວກຟາຣີຊາຍໄດ້ໄປພົບປີລາດ ແລະເວົ້າວ່າ, “ທ່ານເອີຍ ພວກຂ້າພະເຈົ້າຈື່ໄດ້ວ່າ ເມື່ອຄົນຫລອກລວງຜູ້ນັ້ນຍັງມີຊີວິດຢູ່ ໄດ້ເວົ້າວ່າ, ‘ຫລັງຈາກສາມວັນແລ້ວ ເຮົາຈະເປັນຄືນມາສູ່ຊີວິດ.’ ດ້ວຍເຫດນັ້ນ ຂໍທ່ານຈົ່ງອອກຄຳສັ່ງໃຫ້ວາງມາດຕະການ ເຝົ້າຍາມອຸບມຸງຢ່າງເຂັ້ມງວດ ຈົນເຖິງວັນທີສາມ ຢ້ານວ່າພວກສາວົກຂອງລາວຈະມາລັກເອົາສົບນັ້ນໄປ ແລະມາບອກປະຊາຊົນວ່າ ລາວເປັນຄືນມາຈາກຕາຍ ການຫລອກລວງຄັ້ງສຸດທ້າຍນີ້ ຈະຮ້າຍແຮງຍິ່ງກວ່າຄັ້ງທຳອິດ.” ປີລາດຈຶ່ງຕອບພວກເຂົາວ່າ, “ພວກທ່ານມີທະຫານຍາມ ຈົ່ງເອົາໄປຍາມອຸບມຸງໃຫ້ດີ ຕາມຄວາມເຫັນຂອງພວກທ່ານ.” ດັ່ງນັ້ນ ຄົນເຫຼົ່ານີ້ຈຶ່ງຈາກໄປ ແລະໄດ້ຈັດວາງຄົນເຝົ້າຍາມອຸບມຸງໄວ້ຢ່າງເຂັ້ມແຂງ ພ້ອມທັງຕີຕາປະທັບໃສ່ກ້ອນຫີນໄວ້ດ້ວຍ.