ມັດທາຍ 25:14-28
ມັດທາຍ 25:14-28 ພຄພ
“ແລະ ອານາຈັກສະຫວັນຍັງປຽບເໝືອນມີຊາຍຜູ້ໜຶ່ງ ທີ່ກຳລັງຈະອອກເດີນທາງໄປ ເພິ່ນຈຶ່ງເອີ້ນພວກຄົນຮັບໃຊ້ມາ ແລະໃຫ້ພວກເຂົາຮັບຜິດຊອບຊັບສິນຂອງຕົນ. ເພິ່ນໄດ້ມອບໝາຍໃຫ້ແຕ່ລະຄົນຕາມຄວາມສາມາດຂອງໃຜລາວ ຄືຜູ້ໜຶ່ງໄດ້ຮັບເງິນຫ້າຕະລັນຕົນ ຜູ້ໜຶ່ງໄດ້ຮັບສອງຕະລັນຕົນ ແລະຜູ້ໜຶ່ງອີກໄດ້ຮັບເງິນໜຶ່ງຕະລັນຕົນ ແລ້ວເພິ່ນກໍອອກເດີນທາງໄປ. ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນຫ້າຕະລັນຕົນ ກໍໄປລົງທຶນທັນທີ ແລະໄດ້ກຳໄລເທົ່າຕົວ. ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍໄດ້ກຳໄລເທົ່າຕົວເໝືອນກັນ. ສ່ວນຄົນໃຊ້ຜູ້ທີ່ໄດ້ຮັບເງິນໜຶ່ງຕະລັນຕົນໄດ້ໄປຂຸດຂຸມ ແລະເຊື່ອງເງິນຂອງນາຍໄວ້. ຢູ່ດົນນານຕໍ່ມາ ນາຍຂອງຄົນຮັບໃຊ້ເຫຼົ່ານີ້ກໍກັບມາຄິດບັນຊີກັບພວກເຂົາ. ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນຫ້າຕະລັນຕົນ ໄດ້ເຂົ້າມາພ້ອມເງິນກຳໄລຫ້າຕະລັນຕົນຕື່ມອີກ ລາວກ່າວວ່າ, ‘ນາຍເອີຍ ທ່ານໄດ້ມອບເງິນຫ້າຕະລັນຕົນໃຫ້ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍໄດ້ກຳໄລຫ້າຕະລັນຕົນຕື່ມອີກ.’ ນາຍຂອງລາວກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’ ແລ້ວຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍເຂົ້າມາເໝືອນກັນ ແລະເວົ້າວ່າ, ‘ນາຍເອີຍ ທ່ານໄດ້ມອບເງິນສອງຕະລັນຕົນໃຫ້ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍໄດ້ສອງຕະລັນຕົນມາຕື່ມ.’ ນາຍຂອງລາວຈຶ່ງກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງອັນເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’ ຕໍ່ມາ ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນໜຶ່ງຕະລັນຕົນກໍເຂົ້າມາ ແລະເວົ້າວ່າ, ‘ນາຍເອີຍ ຂ້ານ້ອຍຮູ້ວ່າທ່ານເປັນຄົນໃຈແຂງ ທ່ານເກັບກ່ຽວຜົນໃນບ່ອນທີ່ທ່ານບໍ່ໄດ້ຫວ່ານ ທ່ານຮວບຮວມເອົາຜົນລະປູກໃນບ່ອນທີ່ທ່ານບໍ່ໄດ້ຝັດ. ຂ້ານ້ອຍຢ້ານຈຶ່ງໄດ້ເອົາເງິນທີ່ທ່ານມອບໃຫ້ໄປຝັງດິນໄວ້. ເບິ່ງແມ! ນີ້ເດ ສິ່ງທີ່ເປັນຂອງທ່ານກໍໄດ້ແລ້ວ.’ ນາຍຂອງລາວຕອບວ່າ, ‘ອ້າຍຄົນໃຊ້ຜູ້ຊົ່ວຊ້າແລະກຽດຄ້ານເອີຍ ເຈົ້າຮູ້ວ່າ ເຮົາເກັບກ່ຽວເອົາຜົນໃນບ່ອນທີ່ເຮົາບໍ່ໄດ້ຫວ່ານ ແລະຮວບຮວມເອົາຜົນລະປູກໃນບ່ອນທີ່ເຮົາບໍ່ໄດ້ຝັດ?’ ດັ່ງນັ້ນ ເຈົ້າຄວນເອົາເງິນຂອງເຮົາໄປຝາກໄວ້ກັບທະນາຄານ ແລ້ວເມື່ອເຮົາກັບມາກໍຈະໄດ້ເງິນນັ້ນຄືນພ້ອມກັບດອກເບ້ຍ. ບັດນີ້ ຈົ່ງເອົາເງິນໜຶ່ງຕະລັນຕົນນຳມັນມາຄືນ ແລະມອບໃຫ້ຜູ້ທີ່ມີສິບຕະລັນຕົນ.