YouVersion Logo
Search Icon

ມັດທາຍ 13:1-5

ມັດທາຍ 13:1-5 ພຄພ

ໃນ​ວັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ເຮືອນ ໄປ​ປະທັບ​ຢູ່​ແຄມ​ຝັ່ງ​ທະເລສາບ. ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ ຈົນ​ພຣະອົງ​ຕ້ອງ​ຂຶ້ນ​ຂີ່​ເຮືອ ແລະ​ປ່ອຍ​ໃຫ້​ປະຊາຊົນ​ຢືນ​ຢູ່​ທີ່​ແຄມ​ຝັ່ງ. ພຣະອົງ​ກ່າວ​ຫລາຍ​ເລື່ອງ​ເປັນ​ຄຳອຸປະມາ​ເພື່ອ​ສອນ​ປະຊາຊົນ ໂດຍ​ກ່າວ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ. ຂະນະທີ່​ເຂົາ​ກຳລັງ​ຫວ່ານ​ເມັດ​ພືດ​ຢູ່​ນັ້ນ ບາງ​ເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ. ບາງ​ເມັດ​ກໍ​ຕົກ​ໃສ່​ບ່ອນ​ມີ​ຫີນ​ຫລາຍ​ດິນ​ໜ້ອຍ, ເມັດ​ເຫຼົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ​ເພາະ​ພື້ນດິນ​ບໍ່​ເລິກ.

Free Reading Plans and Devotionals related to ມັດທາຍ 13:1-5