YouVersion Logo
Search Icon

ລູກາ 9:10-17

ລູກາ 9:10-17 ພຄພ

ແລ້ວ​ພວກ​ອັກຄະສາວົກ​ກໍໄດ້​ກັບຄືນ​ມາ ເມື່ອ​ພວກເພິ່ນ​ລາຍງານ​ແກ່​ພຣະເຢຊູເຈົ້າ ເຖິງ​ສິ່ງ​ທີ່​ພວກ​ຕົນ​ເຮັດ ແລ້ວ​ພຣະອົງ​ກໍ​ພາ​ພວກເພິ່ນ​ໄປ​ຕ່າງຫາກ ທີ່​ເມືອງ​ໜຶ່ງ​ຊື່​ວ່າ ເບັດສາອີດາ. ເມື່ອ​ປະຊາຊົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ຕິດຕາມ​ພຣະອົງ​ໄປ ຝ່າຍ​ພຣະອົງ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ບອກ​ພວກເຂົາ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ ທັງ​ຊົງ​ໂຜດ​ຮັກສາ​ຜູ້​ທີ່​ຕ້ອງການ​ຢາກ​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ. ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກ​ແລ້ວ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ເລີກ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຫາ​ບ້ານ​ໄຮ່​ບ້ານ​ນາ​ແຖບ​ນີ້ ຊອກ​ທີ່​ພັກ​ແລະ​ອາຫານ ເພາະ​ທີ່​ນີ້​ເປັນ​ບ່ອນ​ປ່ຽວ.” ແຕ່​ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກເພິ່ນ​ວ່າ, “ໃຫ້​ພວກເຈົ້າ​ເປັນ​ຜູ້​ລ້ຽງ​ພວກເຂົາ​ສາ.” ພວກ​ສາວົກ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ມີ​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ​ເທົ່ານັ້ນ ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຊື້​ອາຫານ​ໃຫ້​ປະຊາຊົນ​ທັງໝົດ​ນີ້​ກິນ​ບໍ?” ( ໃນ​ທີ່ນັ້ນ​ມີ​ຜູ້ຊາຍ​ປະມານ​ຫ້າພັນ​ຄົນ.) ພຣະເຢຊູເຈົ້າ​ສັ່ງ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຈັດ​ປະຊາຊົນ​ໃຫ້​ນັ່ງ​ລົງ​ເປັນ​ໝູ່ ໝູ່​ລະ​ຫ້າສິບ​ຄົນ.” ພວກ​ສາວົກ​ກໍ​ປະຕິບັດ​ຕາມ ແລະ​ຈັດ​ໃຫ້​ປະຊາຊົນ​ທຸກຄົນ​ນັ່ງ​ລົງ. ແລ້ວ​ພຣະອົງ​ກໍ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ ພຣະອົງ​ໄດ້​ແບ່ງ​ອາຫານ​ນັ້ນ ແລະ​ມອບ​ໃຫ້​ພວກ​ສາວົກ ເພື່ອ​ນຳ​ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ. ພວກເຂົາ​ໄດ້​ກິນ​ອີ່ມ​ທຸກຄົນ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ​ເກັບ​ໄດ້​ເຕັມ​ສິບສອງ​ກະບຸງ.

Free Reading Plans and Devotionals related to ລູກາ 9:10-17