ລູກາ 8:40-56
ລູກາ 8:40-56 ພຄພ
ເມື່ອພຣະເຢຊູເຈົ້າກັບມາແຕ່ທະເລສາບຟາກນັ້ນແລ້ວ ປະຊາຊົນກໍມາຕ້ອນຮັບພຣະອົງ ເພາະພວກເຂົາລໍຄອຍການກັບມາຂອງພຣະອົງຢູ່. ໃນຂະນະນັ້ນ ມີຊາຍຄົນໜຶ່ງຊື່ ຢາອີໂຣ ເປັນຫົວໜ້າໂຮງທຳມະສາລາໃນທ້ອງຖິ່ນນັ້ນ ໄດ້ມາຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະທູນອ້ອນວອນຂໍພຣະອົງໃຫ້ໄປທີ່ເຮືອນຂອງຕົນ, ເພາະລູກສາວຄົນດຽວຂອງລາວອາຍຸສິບສອງປີ ປ່ວຍໃກ້ຈະສິ້ນໃຈຕາຍແລ້ວ, ຂະນະທີ່ພຣະເຢຊູເຈົ້າກຳລັງໄປນັ້ນ ກໍມີປະຊາຊົນບຽດພຣະອົງໄປຢ່າງໜາແໜ້ນ. ໃນນັ້ນ ມີຍິງຄົນໜຶ່ງ ທີ່ເປັນພະຍາດເລືອດຕົກ ໄດ້ສິບສອງປີແລ້ວ ນາງໄດ້ຈ່າຍຊັບທັງໝົດທີ່ຕົນມີໃຫ້ພວກໝໍ ແຕ່ບໍ່ມີໝໍຄົນໃດສາມາດຮັກສານາງໃຫ້ຫາຍດີໄດ້. ນາງຈຶ່ງຫຍັບເຂົ້າມາທາງຫລັງພຣະເຢຊູເຈົ້າ ແລະບາຍແຄມເສື້ອຄຸມຂອງພຣະອົງ ແລະພະຍາດເລືອດຕົກນັ້ນກໍຢຸດທັນທີ. ພຣະເຢຊູເຈົ້າຖາມວ່າ, “ແມ່ນຜູ້ໃດບາຍເຮົາ?” ເມື່ອພວກເຂົາທຸກຄົນຕ່າງກໍປະຕິເສດ ເປໂຕຈຶ່ງເວົ້າວ່າ, “ພຣະອາຈານເອີຍ ກໍແມ່ນປະຊາຊົນທີ່ແໜ້ນໜາກຳລັງບຸບຽດທ່ານຢູ່.” ແຕ່ພຣະເຢຊູເຈົ້າກ່າວວ່າ, “ມີຜູ້ໜຶ່ງໄດ້ບາຍເຮົາ. ດ້ວຍວ່າ, ເຮົາຮູ້ສຶກວ່າ ຣິດເດດໄດ້ຊວ່ານອອກຈາກເຮົາໄປ.” ເມື່ອເຫັນວ່າ ຈະເຊື່ອງຕົວບໍ່ໄດ້ແລ້ວ ຍິງຄົນນັ້ນ ຈຶ່ງເຂົ້າມາຫາທັງຕົວສັ່ນເຊັນ ຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ຕໍ່ໜ້າທຸກຄົນໃນທີ່ນັ້ນ ນາງບອກພຣະອົງວ່າ, ດ້ວຍເຫດໃດຕົນຈຶ່ງໄດ້ບາຍພຣະອົງ ແລະຕົນໄດ້ຫາຍດີພະຍາດໃນທັນທີໄດ້ຢ່າງໃດ? ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ ຈົ່ງໄປເປັນສຸກເທີ້ນ.” ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຢູ່ນີ້ ກໍມີຄົນໜຶ່ງມາຈາກເຮືອນຂອງຢາອີໂຣ ຫົວໜ້າທຳມະສາລາ ລາວບອກວ່າ, “ລູກສາວຂອງເຈົ້າຕາຍແລ້ວ ຢ່າລົບກວນອາຈານຕໍ່ໄປອີກເລີຍ.” ແຕ່ພຣະເຢຊູເຈົ້າໄດ້ຍິນຂ່າວນັ້ນ ຈຶ່ງກ່າວແກ່ຢາອີໂຣວ່າ, “ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ ແລ້ວນາງກໍຈະຫາຍດີ.” ເມື່ອມາຮອດເຮືອນແລ້ວ ພຣະອົງບໍ່ໃຫ້ຜູ້ໃດເຂົ້າໄປນຳພຣະອົງ ເວັ້ນໄວ້ແຕ່ເປໂຕ, ໂຢຮັນ, ຢາໂກໂບ ແລະ ພໍ່ແມ່ຂອງເດັກເທົ່ານັ້ນ. ໃນທີ່ນັ້ນ ຄົນທັງຫລາຍກຳລັງຮ້ອງໄຫ້ໄວ້ທຸກໃຫ້ເດັກຢູ່ ພຣະເຢຊູເຈົ້າກ່າວວ່າ, “ຢ່າຮ້ອງໄຫ້ເທາະ ເດັກນ້ອຍນັ້ນບໍ່ຕາຍດອກ ນາງພຽງແຕ່ນອນຫລັບເທົ່ານັ້ນ.” ແລ້ວພວກເຂົາກໍພາກັນຫົວຂວັນພຣະອົງ ເພາະພວກເຂົາຕ່າງກໍຮູ້ວ່າ ນາງຕາຍແລ້ວ. ແຕ່ພຣະເຢຊູເຈົ້າຈັບມືເດັກນັ້ນ ແລະຮ້ອງຂຶ້ນວ່າ, “ລູກເອີຍ ຈົ່ງລຸກຂຶ້ນສາ.” ຊີວິດຂອງນາງຈຶ່ງກັບຄືນມາ ແລະນາງກໍລຸກຂຶ້ນໃນທັນທີ ພຣະເຢຊູເຈົ້າສັ່ງໃຫ້ເອົາອາຫານໃຫ້ນາງກິນ. ຝ່າຍພໍ່ແມ່ຂອງເດັກກໍງຶດປະຫລາດໃຈຫລາຍທີ່ສຸດ, ແຕ່ພຣະເຢຊູເຈົ້າສັ່ງບໍ່ໃຫ້ບອກຜູ້ໃດ ເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນ.