ລູກາ 8:26-36
ລູກາ 8:26-36 ພຄພ
ແລ້ວພວກເພິ່ນກໍໄດ້ຂີ່ເຮືອມາຈອດ ທີ່ເຂດແດນເຄຣາເຊນ ຊຶ່ງຢູ່ກົງກັນຂ້າມກັບແຂວງຄາລີເລ. ເມື່ອພຣະເຢຊູເຈົ້າກ້າວຂຶ້ນໄປເທິງບົກ ກໍມີຊາຍຄົນໜຶ່ງຈາກເມືອງນີ້ມາພົບພຣະອົງ ຊາຍຄົນນີ້ມີຜີມານຮ້າຍຫລາຍໂຕສິງຢູ່ ເປັນເວລາດົນນານແລ້ວທີ່ລາວບໍ່ໄດ້ນຸ່ງເຄື່ອງ ແລະບໍ່ໄດ້ຢູ່ໃນເຮືອນ ແຕ່ອາໄສຢູ່ຕາມອຸບມຸງຝັງສົບ. ເມື່ອຄົນນີ້ເຫັນພຣະເຢຊູເຈົ້າ ລາວກໍຮ້ອງຂຶ້ນທັງຂາບລົງຕໍ່ໜ້າພຣະອົງ ແລະເວົ້າຂຶ້ນດ້ວຍສຸດສຽງວ່າ, “ເຢຊູ ບຸດຂອງພຣະເຈົ້າອົງສູງສຸດເອີຍ ທ່ານຕ້ອງການຫຍັງຈາກພວກເຮົາ? ພວກເຮົາຂໍຮ້ອງທ່ານຢ່າທໍລະມານພວກເຮົາເລີຍ.” ມັນເວົ້າດັ່ງນັ້ນ ກໍເພາະພຣະອົງໄດ້ສັ່ງຜີຊົ່ວຮ້າຍໃຫ້ອອກໄປຈາກຄົນນັ້ນ. (ດ້ວຍວ່າ, ມັນໄດ້ກຸມເອົາຄົນນັ້ນໄປຫລາຍເທື່ອ ແລະເຄີຍມັດດ້ວຍເຊືອກ ແລະຖືກລ່າມໂສ້ຂັງໄວ້, ແຕ່ມັນກໍຫັກເຄື່ອງມັດນັ້ນເສຍ ແລ້ວບັງຄັບໃຫ້ເຂົ້າໄປໃນປ່າ.) ພຣະເຢຊູເຈົ້າຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບວ່າ, “ຊື່ ‘ກອງທັບ.”’ ເພາະມີຜີມານຮ້າຍຫລາຍໂຕສິງຢູ່ໃນຄົນນີ້. ຜີມານຮ້າຍເຫຼົ່ານີ້ຂໍຮ້ອງນຳພຣະເຢຊູເຈົ້າ ບໍ່ໃຫ້ສົ່ງພວກມັນລົງໄປໃນເຫວເລິກ. ຢູ່ໃກ້ນັ້ນ ມີຝູງໝູທີ່ກຳລັງຊອກຫາກິນຢູ່ຕາມຈ້າຍພູ ຜີມານຮ້າຍເຫຼົ່ານີ້ຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າ ອະນຸຍາດໃຫ້ພວກມັນເຂົ້າໄປສິງຢູ່ໃນຝູງໝູ ແລະພຣະອົງກໍອະນຸຍາດໃຫ້. ແລ້ວຜີມານຮ້າຍເຫຼົ່ານັ້ນ ກໍອອກຈາກຊາຍຄົນນີ້ເຂົ້າໄປສິງຢູ່ໃນຝູງໝູ, ໝູທັງຝູງກໍຟ້າວແລ່ນລົງຕາລິ່ງຊັນ ແລະໂຕນໃສ່ທະເລສາບຈົມນໍ້າຕາຍໝົດ. ສ່ວນພວກລ້ຽງໝູ ເມື່ອໄດ້ເຫັນເຫດການເຊັ່ນນີ້ ຕ່າງກໍແລ່ນໜີ ແລະໄປເລົ່າເລື່ອງໃຫ້ຄົນຢູ່ໃນເມືອງ ແລະຢູ່ນອກເມືອງຟັງ. ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ ແລະເມື່ອມາເຖິງພຣະເຢຊູເຈົ້າ ພວກເຂົາໄດ້ເຫັນຄົນທີ່ຜີມານຮ້າຍອອກຈາກຕົວນັ້ນ ນຸ່ງຫົ່ມເສື້ອຜ້າ ມີສະຕິອາຣົມດີ ນັ່ງຢູ່ໃກ້ພຣະບາດຂອງພຣະເຢຊູເຈົ້າ ພວກເຂົາຈຶ່ງມີໃຈຢ້ານ. ພວກທີ່ໄດ້ເຫັນເຫດການນັ້ນ ໄດ້ເລົ່າໃຫ້ປະຊາຊົນຟັງ ເຖິງເລື່ອງຄົນທີ່ຜີມານຮ້າຍສິງ ຖືກໂຜດໃຫ້ຫາຍດີເປັນປົກກະຕິໄດ້ຢ່າງໃດ.