YouVersion Logo
Search Icon

ລູກາ 7:1-10

ລູກາ 7:1-10 ພຄພ

ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ສິ່ງ​ເຫຼົ່ານີ້ ແກ່​ປະຊາຊົນ​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ໄປ​ທີ່​ເມືອງ​ກາເປນາອູມ. ມີ​ນາຍ​ທະຫານ​ໂຣມ​ຜູ້ໜຶ່ງ ເພິ່ນ​ມີ​ຄົນ​ຮັບໃຊ້​ຜູ້ໜຶ່ງ ທີ່​ເພິ່ນ​ຮັກ​ຫລາຍ ລາວ​ເຈັບປ່ວຍ​ໜັກ​ແລະ​ໃກ້​ຈະ​ຕາຍ. ເມື່ອ​ນາຍ​ທະຫານ​ຜູ້​ນີ້​ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພິ່ນ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ ໄປ​ຂໍຮ້ອງ​ເຊີນ​ພຣະອົງ​ໃຫ້​ມາ​ໂຜດ​ຮັກສາ​ຄົນ​ຮັບໃຊ້​ຂອງ​ເພິ່ນ. ເມື່ອ​ພວກເຂົາ​ມາ​ເຖິງ​ພຣະເຢຊູເຈົ້າ​ແລ້ວ ກໍ​ວິງວອນ​ຂໍ​ພຣະອົງ​ດ້ວຍ​ຄວາມ​ຕັ້ງໃຈ​ວ່າ, “ນາຍ​ທະຫານ​ຜູ້​ນີ້ ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ຈາກ​ທ່ານ ເພາະ​ເພິ່ນ​ຮັກ​ປະເທດ​ຊາດ​ຂອງ​ພວກເຮົາ ແລະ​ເພິ່ນ​ກໍໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ​ດ້ວຍ.” ດັ່ງນັ້ນ, ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ໄປ​ກັບ​ພວກເຂົາ ເມື່ອ​ພຣະອົງ​ເກືອບ​ຈະ​ເຖິງ​ເຮືອນ​ແລ້ວ ນາຍ​ທະຫານ​ໄດ້​ໃຊ້​ພວກ​ໝູ່ເພື່ອນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຢ່າ​ໃຫ້​ເປັນ​ການ​ລຳບາກ​ແກ່​ທ່ານ​ເອງ​ເລີຍ ເພາະວ່າ ຂ້ານ້ອຍ​ເປັນ​ຄົນ​ບໍ່​ສົມຄວນ ທີ່​ທ່ານ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ, ເພາະສະນັ້ນ ຂ້ານ້ອຍ​ຈຶ່ງ​ເຫັນ​ວ່າ ຕົນເອງ​ເປັນ​ຜູ້​ບໍ່​ສົມຄວນ ທີ່​ຈະ​ໄປ​ຫາ​ທ່ານ​ດ້ວຍ​ຕົນເອງ ຂໍ​ທ່ານ​ພຽງແຕ່​ສັ່ງ​ຄຳ​ດຽວ​ເທົ່ານັ້ນ ແລະ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ. ດ້ວຍວ່າ, ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ຍັງ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ເຂົາ​ກໍ​ໄປ ຂ້ານ້ອຍ​ສັ່ງ​ຄົນ​ນັ້ນ​ອີກ​ວ່າ, ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ວ່າ, ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.” ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ເຊັ່ນນັ້ນ​ແລ້ວ ກໍ​ປະຫລາດ​ໃຈ​ດ້ວຍ​ນາຍ​ທະຫານ​ຜູ້​ນີ້ ພຣະອົງ​ຫລຽວ​ຫລັງ​ມາ ແລະ​ກ່າວ​ແກ່​ປະຊາຊົນ​ທີ່​ຕິດຕາມ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ເຮົາ​ບໍ່ເຄີຍ​ພົບ​ຄົນ​ທີ່​ມີ​ຄວາມເຊື່ອ​ເຊັ່ນນີ້​ເລີຍ ແມ່ນແຕ່​ໃນ​ຊາດ​ອິດສະຣາເອນ.” ແລ້ວ​ພວກ​ທີ່​ນາຍ​ທະຫານ​ໃຊ້​ມາ ກໍ​ກັບຄືນ​ໄປ​ທີ່​ເຮືອນ ແລະ​ພົບ​ວ່າ ຄົນ​ຮັບໃຊ້​ຜູ້ນັ້ນ​ຫາຍ​ດີ​ແລ້ວ.

Free Reading Plans and Devotionals related to ລູກາ 7:1-10