ລູກາ 5:1-11
ລູກາ 5:1-11 ພຄພ
ວັນໜຶ່ງ ຂະນະທີ່ພຣະເຢຊູເຈົ້າຢືນຢູ່ທີ່ແຄມທະເລສາບເຄັນເນຊາເຣັດ ປະຊາຊົນກໍບຸບຽດກັນເຂົ້າມາຫາພຣະອົງ ເພື່ອຟັງພຣະທຳຂອງພຣະເຈົ້າ. ພຣະອົງຫລຽວເຫັນເຮືອສອງລຳຈອດໄວ້ຢູ່ແຄມຝັ່ງ ຄົນຫາປາໄດ້ອອກໄປຈາກເຮືອນັ້ນ ແລ້ວພວກເຂົາກຳລັງລ້າງມອງຢູ່. ພຣະເຢຊູເຈົ້າຈຶ່ງເຂົ້າໄປໃນເຮືອລຳໜຶ່ງ ຊຶ່ງເປັນຂອງຊີໂມນ ແລະບອກໃຫ້ເພິ່ນຖອຍເຮືອອອກຫ່າງຈາກຝັ່ງໜ້ອຍໜຶ່ງ ແລ້ວພຣະອົງກໍນັ່ງລົງໃນເຮືອ ແລະສັ່ງສອນປະຊາຊົນ. ເມື່ອພຣະອົງສັ່ງສອນຈົບແລ້ວ ຈຶ່ງກ່າວແກ່ຊີໂມນວ່າ, “ຈົ່ງຖອຍເຮືອອອກໄປສູ່ບ່ອນນໍ້າເລິກ ແລະຢ່ອນມອງຂອງພວກເຈົ້າລົງຈັບປາ.” ຊີໂມນຕອບວ່າ, “ພຣະອາຈານເອີຍ ພວກຂ້ານ້ອຍໄດ້ຫາຕະຫລອດຄືນ ຈົນອິດເມື່ອຍ ແລະບໍ່ໄດ້ຫຍັງເລີຍ, ແຕ່ເພື່ອເຫັນແກ່ທ່ານບອກ ຂ້ານ້ອຍກໍຈະຢ່ອນມອງລົງຕາມຄຳຂອງນາຍ.” ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ຢ່ອນມອງລົງ ແລະຖືກປາຈຳນວນຫລວງຫລາຍ ຈົນມອງຂອງພວກເພິ່ນກຳລັງຈະຂາດ. ພວກເພິ່ນກວັກມືເອົາໝູ່ ທີ່ຢູ່ເຮືອລຳອື່ນໃຫ້ມາຊ່ວຍ ພວກເຂົາຈຶ່ງມາຊ່ວຍ ແລະໄດ້ປາເຕັມເຮືອທັງສອງລຳ ຈົນເຮືອແຊມເກືອບຫລົ້ມ. ເມື່ອຊີໂມນເປໂຕເຫັນເຫດການທີ່ເກີດຂຶ້ນແລ້ວ ເພິ່ນກໍຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະກ່າວວ່າ, “ພຣະອົງເຈົ້າເອີຍ, ຂໍໄປໃຫ້ຫ່າງຈາກຂ້ານ້ອຍທ້ອນ ເພາະຂ້ານ້ອຍເປັນຄົນບາບ.” ເປໂຕກັບໝູ່ເພື່ອນຄົນອື່ນໆຂອງເພິ່ນ ທີ່ຢູ່ນຳກັນໄດ້ງຶດປະຫລາດໃຈ ທີ່ພວກເພິ່ນຈັບປາໄດ້ຢ່າງຫລວງຫລາຍເຊັ່ນນີ້. ຢາໂກໂບ ແລະ ໂຢຮັນລູກຊາຍຂອງເຊເບດາຍ ຜູ້ຮ່ວມງານຂອງຊີໂມນ ກໍປະຫລາດໃຈເໝືອນກັນ ແລ້ວພຣະເຢຊູເຈົ້າກໍກ່າວແກ່ຊີໂມນວ່າ, “ຢ່າສູ່ຢ້ານ ຕັ້ງແຕ່ນີ້ໄປ ເຈົ້າຈະເປັນຜູ້ຫາຄົນ.” ເມື່ອພວກເພິ່ນນຳເຮືອມາເຖິງແຄມຝັ່ງແລ້ວ ພວກເພິ່ນກໍໄດ້ສະຫລະທຸກສິ່ງ ແລະຕິດຕາມພຣະເຢຊູເຈົ້າໄປ.