YouVersion Logo
Search Icon

ລູກາ 23:32-43

ລູກາ 23:32-43 ພຄພ

ມີ​ອີກ​ສອງ​ຄົນ ທີ່​ເປັນ​ຜູ້ຮ້າຍ​ທີ່​ຖືກ​ພວກ​ທະຫານ​ຄຸມ ເພື່ອ​ນຳ​ໄປ​ປະຫານ​ຮ່ວມ​ກັບ​ພຣະເຢຊູເຈົ້າ. ເມື່ອ​ມາ​ຮອດ​ບ່ອນ​ທີ່​ມີ​ຊື່​ວ່າ, “ກະໂຫລກ​ຫົວ” ພວກ​ທະຫານ​ກໍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ພ້ອມ​ກັບ​ຜູ້ຮ້າຍ​ສອງ​ຄົນ ຄື​ຜູ້ໜຶ່ງ​ຢູ່​ເບື້ອງ​ຂວາ​ແລະ​ຜູ້ໜຶ່ງ​ອີກ​ຢູ່​ເບື້ອງ​ຊ້າຍ. ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ເອີຍ ໂຜດ​ຍົກໂທດ​ໃຫ້​ພວກເຂົາ​ດ້ວຍ​ເຖີດ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ ພວກເຂົາ​ກຳລັງ​ເຮັດ​ຫຍັງ.” ແລ້ວ​ພວກ​ທະຫານ​ກໍ​ແບ່ງປັນ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ ໂດຍ​ໃຊ້​ສະຫລາກ. ຝ່າຍ​ປະຊາຊົນ​ກໍ​ຢືນ​ເບິ່ງ​ຢູ່​ທີ່​ນັ້ນ, ຂະນະທີ່​ບັນດາ​ຜູ້ນຳ​ຊາວ​ຢິວ​ເຢາະເຢີ້ຍ​ພຣະອົງ​ວ່າ, “ຖ້າ​ລາວ​ເປັນ​ພຣະຄຣິດ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ນັ້ນ ລາວ​ຊ່ວຍ​ຄົນອື່ນ​ໄດ້ ໃຫ້​ຊ່ວຍ​ຕົນເອງ​ເບິ່ງດູ.” ພວກ​ທະຫານ​ກໍໄດ້​ເຢາະເຢີ້ຍ​ພຣະອົງ​ເໝືອນກັນ ພວກເຂົາ​ເຂົ້າ​ມາ​ຫາ​ພຣະອົງ ແລ້ວ​ເອົາ​ເຫຼົ້າ​ອະງຸ່ນ​ສົ້ມ​ໃຫ້​ພຣະອົງ​ດື່ມ ແລະ ເວົ້າ​ວ່າ, “ຖ້າ​ໂຕ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ແທ້ ຈົ່ງ​ຊ່ວຍ​ຕົວເອງ​ແມ.” ເທິງ​ຫົວ​ຂອງ​ພຣະອົງ​ມີ​ປ້າຍ​ໄມ້​ພ້ອມ​ກັບ​ມີ​ຂໍ້​ຄວາມ​ຂຽນ​ວ່າ, “ຜູ້​ນີ້​ເປັນ​ກະສັດ​ຂອງ​ຊາດ​ຢິວ.” ຝ່າຍ​ຄົນ​ໜຶ່ງ​ໃນ​ຜູ້ຮ້າຍ ທີ່​ຖືກ​ຄຶງ​ໄວ້ ໄດ້​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ເປັນ​ພຣະຄຣິດ​ບໍ່ແມ່ນ​ບໍ? ຈົ່ງ​ຊ່ວຍ​ຕົນເອງ​ກັບ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ເສຍ.” ແຕ່​ຜູ້ຮ້າຍ​ຄົນ​ໜຶ່ງ​ອີກ​ຕຳໜິ​ລາວ ແລະ​ເວົ້າ​ວ່າ, “ໂຕ​ບໍ່​ຢ້ານ​ພຣະເຈົ້າ​ບໍ? ໂຕ​ກໍ​ຖືກ​ໂທດ​ເໝືອນກັນ​ກັບ​ເພິ່ນ. ແຕ່​ສຳລັບ​ພວກເຮົາ​ກໍ​ສົມ​ກັບ​ໂທດ​ນີ້​ແທ້ ເພາະ​ພວກເຮົາ​ກຳລັງ​ຮັບ​ຜົນກຳ​ທີ່​ພວກເຮົາ​ໄດ້​ເຮັດ, ແຕ່​ເພິ່ນ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.” ແລ້ວ​ລາວ​ກໍ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ ເມື່ອໃດ​ທີ່​ທ່ານ​ມາ​ໃນ​ແຜ່ນດິນ​ຂອງທ່ານ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ​ເທີ້ນ.” ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ວັນ​ນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ.”

Free Reading Plans and Devotionals related to ລູກາ 23:32-43