ລູກາ 22:49-51
ລູກາ 22:49-51 ພຄພ
ຄົນທັງຫລາຍທີ່ຢູ່ອ້ອມພຣະອົງ ເຫັນເຫດການທີ່ກຳລັງເກີດຂຶ້ນນັ້ນ ຈຶ່ງຖາມວ່າ, “ພຣະອົງເຈົ້າເອີຍ ຈະໃຫ້ພວກຂ້ານ້ອຍໃຊ້ດາບຕໍ່ສູ້ພວກເຂົາບໍ?” ຄົນໜຶ່ງໃນພວກເພິ່ນ ໄດ້ຟັນຄົນຮັບໃຊ້ຄົນໜຶ່ງຂອງຫົວໜ້າປະໂຣຫິດ ຖືກຫູເບື້ອງຂວາຂາດ. ແຕ່ພຣະເຢຊູເຈົ້າຊົງກ່າວຫ້າມວ່າ, “ເຊົາແມ ພໍແລ້ວ.” ພຣະອົງບາຍຫູຄົນນັ້ນ ແລະເຮັດໃຫ້ຫາຍດີປົກກະຕິ.