ລູກາ 18:31-34
ລູກາ 18:31-34 ພຄພ
ແລ້ວພຣະເຢຊູເຈົ້າໄດ້ພາສາວົກສິບສອງຄົນ ຍ່າງຫລີກອອກໄປຂ້າງທາງ ແລະໄດ້ກ່າວແກ່ພວກເພິ່ນວ່າ, “ເບິ່ງແມ! ພວກເຮົາກຳລັງຂຶ້ນໄປທີ່ນະຄອນເຢຣູຊາເລັມ ແລະສິ່ງສາລະພັດ ຊຶ່ງບັນດາຜູ້ທຳນວາຍໄດ້ຂຽນໄວ້ ເຖິງບຸດມະນຸດນັ້ນຈະສຳເລັດ. ເພິ່ນຈະຖືກມອບໄວ້ໃນກຳມືຂອງຄົນຕ່າງຊາດ ແລະພວກເຂົາຈະເຢາະເຢີ້ຍເພິ່ນ ຈະດູຖູກຫຍໍ້ຫຍັນເພິ່ນ ແລະຈະຖົ່ມນໍ້າລາຍໃສ່ເພິ່ນ. ພວກເຂົາຈະຂ້ຽນຕີ ແລະຈະຂ້າເພິ່ນເສຍ ແລ້ວໃນວັນຖ້ວນສາມເພິ່ນຈະເປັນຄືນມາສູ່ຊີວິດ.” ແຕ່ພວກສາວົກບໍ່ເຂົ້າໃຈຄຳເວົ້າເຫຼົ່ານີ້ຈັກຂໍ້ ຍ້ອນຄວາມໝາຍຂອງຖ້ອຍຄຳເຫຼົ່ານັ້ນ ໄດ້ຖືກປິດບັງໄວ້ຈາກພວກເພິ່ນ. ດັ່ງນັ້ນ ພວກເພິ່ນຈຶ່ງບໍ່ຮູ້ຄວາມໝາຍທີ່ຊົງກ່າວນັ້ນວ່າ ພຣະເຢຊູເຈົ້າກຳລັງກ່າວເຖິງຫຍັງ.