YouVersion Logo
Search Icon

ລູກາ 13:10-17

ລູກາ 13:10-17 ພຄພ

ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ. ໃນ​ທີ່ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ ມັນ​ເຮັດ​ໃຫ້​ນາງ​ເຈັບໂຊ​ມາ​ໄດ້​ສິບແປດ​ປີ​ແລ້ວ ນາງ​ເປັນ​ຫລັງ​ກົ່ງ​ແລະ​ຢືນ​ຊື່​ບໍ່ໄດ້. ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ​ເຈົ້າ​ແລ້ວ.” ພຣະອົງ​ວາງ​ມື​ໃສ່​ນາງ ໃນ​ທັນໃດນັ້ນ ນາງ​ກໍ​ຢືນ​ຊື່​ໄດ້ ແລະ​ນາງ​ຈຶ່ງ​ກ່າວ​ສັນລະເສີນ​ພຣະເຈົ້າ. ແຕ່​ຫົວໜ້າ​ທຳມະສາລາ​ຊໍ້າພັດ​ເຄືອງໃຈ ທີ່​ພຣະເຢຊູເຈົ້າ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໃນ​ວັນ​ຊະບາໂຕ. ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ພວກເຮົາ​ຄວນ​ເຮັດ​ວຽກງານ ຈົ່ງ​ມາ​ຮັບ​ການ​ຮັກສາ​ໃນ​ຫົກ​ວັນ​ນັ້ນ ແຕ່​ຢ່າ​ມາ​ໃນ​ວັນ​ຊະບາໂຕ.” ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນ​ໜ້າຊື່​ໃຈຄົດ​ເອີຍ ພວກເຈົ້າ​ແຕ່ລະຄົນ​ບໍ່ເຄີຍ​ແກ້​ງົວ ຫລື​ລໍ​ຂອງຕົນ ແລະ​ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນໍ້າ​ໃນ​ວັນ​ຊະບາໂຕ​ບໍ? ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ​ຊະບາໂຕ?” ຄຳຕອບ​ຂອງ​ພຣະອົງ ເຮັດ​ໃຫ້​ພວກ​ທີ່​ຕໍ່ສູ້​ພຣະອົງ​ອັບອາຍ​ຂາຍໜ້າ​ຫລາຍ ສ່ວນ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ອັດສະຈັນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ກະທຳ.