YouVersion Logo
Search Icon

ໂຢຮັນ 6:15-21

ໂຢຮັນ 6:15-21 ພຄພ

ເມື່ອ​ພຣະເຢຊູເຈົ້າ​ຮູ້​ວ່າ, ພວກເຂົາ​ກຳລັງ​ຈະ​ມາ​ຈັບ​ເອົາ​ພຣະອົງ​ໄປ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ. ດັ່ງນັ້ນ ພຣະອົງ​ຈຶ່ງ​ສະເດັດ​ຂຶ້ນ​ໄປ​ເທິງ​ພູເຂົາ​ອີກ ໂດຍ​ລຳພັງ​ແຕ່​ຜູ້​ດຽວ. ເມື່ອ​ຄໍ່າມາ ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ລົງ​ໄປ​ທີ່​ທະເລສາບ ແລະ ຂີ່​ເຮືອ​ຂ້າມ​ຟາກ​ສູ່​ເມືອງ​ກາເປນາອູມ. ເມື່ອ​ມືດ​ແລ້ວ ພຣະເຢຊູເຈົ້າ​ກໍ​ຍັງ​ບໍ່ທັນ​ໄປ​ຫາ​ພວກເພິ່ນ​ເທື່ອ ໃນ​ເວລາ​ນັ້ນ​ລົມ​ພັດ​ມາ​ຢ່າງ​ແຮງ​ຈົນ​ເຮັດ​ໃຫ້​ນໍ້າ​ທະເລ​ປັ່ນປ່ວນ. ພວກ​ສາວົກ​ພາຍ​ເຮືອ​ໄປ​ປະມານ​ຫ້າ​ຫລື​ຫົກ​ກິໂລແມັດ ພວກເພິ່ນ​ກໍ​ເຫັນ​ພຣະເຢຊູເຈົ້າ​ຍ່າງ​ເທິງ​ໜ້າ​ນໍ້າ​ມາ​ຫາ​ເຮືອ​ຂອງ​ພວກ​ຕົນ ແລະ​ພວກເພິ່ນ​ມີ​ຄວາມ​ສະທ້ານ​ຢ້ານກົວ​ທີ່ສຸດ. ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຢ່າ​ສູ່​ຢ້ານ ແມ່ນ​ເຮົາ​ເອງ.” ສະນັ້ນ ພວກເພິ່ນ​ຈຶ່ງ​ເຊີນ​ພຣະອົງ​ຂຶ້ນ​ໄປ​ໃນ​ເຮືອ ແລ້ວ​ທັນໃດນັ້ນ ເຮືອ​ກໍ​ເຖິງ​ຝັ່ງ​ບ່ອນ​ທີ່​ພວກເພິ່ນ​ມຸ່ງໜ້າ​ໄປ​ນັ້ນ.

Free Reading Plans and Devotionals related to ໂຢຮັນ 6:15-21