ໂຢຮັນ 5:1-15
ໂຢຮັນ 5:1-15 ພຄພ
ຫລັງຈາກນັ້ນ ກໍເຖິງເທດສະການຂອງຊາດຢິວ ແລະພຣະເຢຊູເຈົ້າກໍໄດ້ຂຶ້ນເມືອນະຄອນເຢຣູຊາເລັມ. ໃນນະຄອນເຢຣູຊາເລັມໃກ້ແຄມປະຕູແກະມີສະນໍ້າໜ່ວຍໜຶ່ງ ຕາມພາສາເຮັບເຣີເອີ້ນສະນັ້ນວ່າ, ເບັດຊະທາ ທີ່ມີສາລາຫ້າຫລັງອ້ອມຢູ່. ຕາມສາລາເຫຼົ່ານັ້ນມີຄົນປ່ວຍນອນຄອຍຖ້າຢູ່ຢ່າງຫລວງຫລາຍເຊັ່ນ: ຄົນຕາບອດ, ຄົນຂາເສັ້ງ ແລະຄົນເປັນອົງຄະລີບ. ພວກເຂົາລໍຖ້ານໍ້າເຟືອນ. ດ້ວຍວ່າ, ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ລົງມາກວນນໍ້າໃນສະນັ້ນເປັນຍາມ ແລະເມື່ອນໍ້າເຟືອນ ຜູ້ໃດລົງໄປໃນນໍ້າກ່ອນ ຜູ້ນັ້ນກໍຫາຍດີຈາກພະຍາດທີ່ຕົນເປັນຢູ່. ໃນທີ່ນັ້ນ ມີຊາຍຄົນໜຶ່ງປ່ວຍໄດ້ສາມສິບແປດປີມາແລ້ວ, ເມື່ອພຣະເຢຊູເຈົ້າເຫັນລາວນອນຢູ່ໃນບ່ອນນັ້ນ ພຣະອົງກໍຮູ້ວ່າ ລາວປ່ວຍເປັນເວລາດົນນານແລ້ວ. ດັ່ງນັ້ນ ພຣະອົງຈຶ່ງຖາມວ່າ, “ເຈົ້າຢາກຫາຍດີບໍ?” ຄົນປ່ວຍນັ້ນຈຶ່ງຕອບວ່າ, “ທ່ານເອີຍ ບໍ່ມີຜູ້ໃດເອົາຂ້ານ້ອຍລົງໄປໃນສະນໍ້າຕອນທີ່ນໍ້າເຟືອນ ແລະເມື່ອຂ້ານ້ອຍກຳລັງຈະລົງໄປ ຄົນອື່ນກໍລົງໄປກ່ອນຂ້ານ້ອຍແລ້ວ.” ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງລຸກຂຶ້ນ ແລະຍົກເອົາບ່ອນນອນຂອງເຈົ້າ ແລະຍ່າງໄປ.” ໃນທັນໃດ ຊາຍຄົນນັ້ນກໍຫາຍດີພະຍາດ ລາວຈຶ່ງຍົກເອົາບ່ອນນອນຂອງຕົນແລ້ວຍ່າງໄປ. ວັນນັ້ນເປັນວັນຊະບາໂຕ ດັ່ງນັ້ນ ເຈົ້າໜ້າທີ່ຢິວຈຶ່ງເວົ້າກັບຊາຍທີ່ດີພະຍາດນັ້ນວ່າ, “ວັນນີ້ເປັນວັນຊະບາໂຕ ການທີ່ເຈົ້າຍົກເອົາບ່ອນນອນຂອງເຈົ້າອອກໄປນັ້ນ ເປັນການຜິດກົດບັນຍັດ.” ຊາຍນັ້ນຈຶ່ງຕອບວ່າ, “ຄົນທີ່ເຮັດໃຫ້ຂ້ານ້ອຍດີພະຍາດໄດ້ບອກຂ້ານ້ອຍວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າແລ້ວຍ່າງໄປ.”’ ພວກເຂົາຈຶ່ງຖາມຊາຍຄົນນັ້ນວ່າ, “ແມ່ນຜູ້ໃດທີ່ບອກເຈົ້າວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າແລ້ວຍ່າງໄປ?”’ ແຕ່ຊາຍທີ່ດີພະຍາດບໍ່ຮູ້ວ່າແມ່ນຜູ້ໃດ. ດ້ວຍວ່າ, ພຣະເຢຊູເຈົ້າໄດ້ໜີໄປແລ້ວເພາະວ່າບ່ອນນັ້ນມີຄົນຫລາຍ. ພາຍຫລັງມາ ພຣະເຢຊູເຈົ້າໄດ້ພົບຊາຍຄົນນັ້ນໃນພຣະວິຫານ ແລ້ວພຣະອົງຈຶ່ງບອກລາວວ່າ, “ເຈົ້າດີພະຍາດແລ້ວ ຢ່າສູ່ເຮັດບາບອີກຕໍ່ໄປ ຢ້ານວ່າຈະມີເຫດຮ້າຍຫລາຍກວ່ານັ້ນເກີດຂຶ້ນກັບເຈົ້າ.” ແລ້ວຊາຍຄົນນັ້ນກໍໄປບອກພວກຢິວວ່າ ແມ່ນພຣະເຢຊູເຈົ້າທີ່ເຮັດໃຫ້ຕົນດີພະຍາດ.