ໂຢຮັນ 4:46-54
ໂຢຮັນ 4:46-54 ພຄພ
ແລ້ວພຣະອົງກໍໄດ້ສະເດັດກັບຄືນໄປຍັງບ້ານການາແຂວງຄາລີເລອີກ ບ່ອນທີ່ພຣະອົງໄດ້ເຮັດໃຫ້ນໍ້າກາຍເປັນເຫຼົ້າອະງຸ່ນ ມີລູກຊາຍຂອງຂ້າຣາຊການຄົນໜຶ່ງ ທີ່ເມືອງກາເປນາອູມກຳລັງປ່ວຍຢູ່. ເມື່ອຂ້າຣາຊການຄົນນີ້ໄດ້ຍິນຂ່າວວ່າ ພຣະເຢຊູເຈົ້າໄດ້ສະເດັດອອກຈາກແຂວງຢູດາຍ ແລະມາຮອດແຂວງຄາລີເລແລ້ວ ເພິ່ນຈຶ່ງໄປຂໍຮ້ອງພຣະອົງ ໃຫ້ມາຮັກສາລູກຊາຍຂອງຕົນທີ່ໃກ້ຈະຕາຍ. ພຣະເຢຊູເຈົ້າເວົ້າຕໍ່ເພິ່ນວ່າ, “ຖ້າເຈົ້າທັງຫລາຍບໍ່ເຫັນການອັດສະຈັນ ແລະໝາຍສຳຄັນ ພວກເຈົ້າກໍຈະບໍ່ເຊື່ອ.” ຂ້າຣາຊການຜູ້ນັ້ນຕອບວ່າ, “ພຣະອົງເຈົ້າຂ້າ ຂໍເຊີນທ່ານລົງໄປກ່ອນທີ່ລູກຂ້ານ້ອຍຈະຕາຍ.” ພຣະເຢຊູເຈົ້າຈຶ່ງກ່າວແກ່ລາວວ່າ, “ຈົ່ງກັບຄືນເມືອສາ, ລູກຂອງເຈົ້າຍັງມີຊີວິດຢູ່.” ຊາຍຄົນນັ້ນໄດ້ເຊື່ອໃນຖ້ອຍຄຳຂອງພຣະເຢຊູເຈົ້າ ແລະລາກັບຄືນເມືອ. ໃນຂະນະທີ່ລາວກຳລັງກັບຄືນເມືອນັ້ນ ພວກຄົນຮັບໃຊ້ໄດ້ອອກມາຕ້ອນຮັບ ແລະບອກຂ່າວໃຫ້ຮູ້ວ່າ ລູກຊາຍຂອງລາວຍັງມີຊີວິດຢູ່. ລາວຈຶ່ງຖາມພວກເຂົາເຖິງເວລາທີ່ລູກຊາຍເລີ່ມມີອາການດີຂຶ້ນມາ, ພວກເຂົາຕອບວ່າ, “ລາວດີໄຂ້ມື້ວານນີ້ໃນເວລາບ່າຍໜຶ່ງໂມງ.” ແລ້ວຜູ້ເປັນພໍ່ກໍຈື່ວ່າ ມັນກົງກັບເວລາທີ່ພຣະເຢຊູເຈົ້າໄດ້ກ່າວແກ່ຕົນວ່າ, ລູກຂອງເຈົ້າຍັງມີຊີວິດຢູ່. ດັ່ງນັ້ນ ລາວກັບທຸກຄົນໃນຄອບຄົວຂອງລາວຈຶ່ງໄດ້ເຊື່ອ. ນີ້ເປັນໝາຍສຳຄັນການອັດສະຈັນຄັ້ງທີສອງ ທີ່ພຣະເຢຊູເຈົ້າໄດ້ກະທຳ ຫລັງຈາກທີ່ພຣະອົງໄດ້ຈາກແຂວງຢູດາຍໄປຍັງແຂວງຄາລີເລ.