ໂຢຮັນ 21:15-23
ໂຢຮັນ 21:15-23 ພຄພ
ຫລັງຈາກກິນເຂົ້າແລ້ວ ພຣະເຢຊູເຈົ້າກ່າວແກ່ຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາຫລາຍກວ່າສິ່ງເຫຼົ່ານີ້ບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າເອີຍ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເດີ.” ພຣະອົງກ່າວແກ່ເປໂຕເປັນຄັ້ງທີສອງວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າເອີຍ, ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເດີ.” ແລ້ວພຣະອົງກໍກ່າວແກ່ເປໂຕເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕທຸກໃຈທີ່ພຣະເຢຊູເຈົ້າໄດ້ຖາມຕົນເຖິງສາມເທື່ອວ່າ, “ເຈົ້າຮັກເຮົາບໍ?” ສະນັ້ນ ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຮູ້ຈັກທຸກໆສິ່ງ ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ. ເຮົາບອກເຈົ້າຕາມຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມ ເຈົ້າຄາດແອວຂອງເຈົ້າເອງ ແລະທຽວໄປມາທາງໃດຕາມໃຈມັກ, ແຕ່ເມື່ອເຈົ້າເຖົ້າແກ່ແລ້ວ ເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ ແລະຈະພາເຈົ້າໄປໃນບ່ອນທີ່ເຈົ້າບໍ່ຢາກໄປ.” ( ພຣະອົງກ່າວດັ່ງນີ້ ໝາຍເຖິງວິທີທີ່ເປໂຕຈະຕາຍ ແລະຈະນຳກຽດຕິຍົດມາສູ່ພຣະເຈົ້າ.) ເມື່ອພຣະອົງກ່າວດັ່ງນີ້ແລ້ວ ພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງຕາມເຮົາມາ.” ເປໂຕຫລຽວຫລັງເຫັນສາວົກຜູ້ທີ່ພຣະອົງຊົງຮັກຕາມມາ ຄືຜູ້ທີ່ນັ່ງເນີ້ງຕົວອີງໃສ່ພຣະອົງໃນເວລາຮັບປະທານອາຫານ ແລະເຄີຍໄດ້ຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ, ແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ?” ເມື່ອເປໂຕເຫັນສາວົກຄົນນັ້ນແລ້ວ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ຜູ້ນີ້ເດຈະເປັນຢ່າງໃດ?” ພຣະເຢຊູເຈົ້າຕອບເພິ່ນວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງອັນໃດກັບເຈົ້າ? ສ່ວນເຈົ້າຈົ່ງຕາມເຮົາມາ.” ເຫດສະນັ້ນ ຄຳທີ່ວ່າສາວົກຄົນນັ້ນຈະບໍ່ຕາຍ ຈຶ່ງຊ່າລືທົ່ວໄປໃນທ່າມກາງພວກພີ່ນ້ອງ, ແຕ່ພຣະເຢຊູເຈົ້າບໍ່ໄດ້ກ່າວວ່າ ສາວົກຄົນນີ້ຈະບໍ່ຕາຍ, ແຕ່ພຣະອົງກ່າວວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງອັນໃດກັບເຈົ້າ.”