ໂຢຮັນ 21:1-12
ໂຢຮັນ 21:1-12 ພຄພ
ຕໍ່ມາ ພຣະເຢຊູເຈົ້າໄດ້ສຳແດງແກ່ພວກສາວົກອີກຄັ້ງໜຶ່ງ ຢູ່ແຄມທະເລສາບຕີເບເຣຍ, ເຫດການເກີດຂຶ້ນດັ່ງນີ້: ຊີໂມນເປໂຕ, ໂທມາທີ່ເອີ້ນວ່າຝາແຝດ, ນະທານາເອັນໄທບ້ານການາ ແຂວງຄາລີເລ, ລູກຊາຍທັງສອງຂອງເຊເບດາຍ ແລະສາວົກຂອງພຣະອົງອີກສອງຄົນກໍຢູ່ພ້ອມໜ້າກັນ. ຊີໂມນເປໂຕບອກພວກເພິ່ນວ່າ, “ຂ້ອຍຈະໄປຫາປາ.” ພວກເພິ່ນຕອບວ່າ, “ພວກເຮົາກໍຈະໄປກັບເຈົ້າດ້ວຍ,” ແລ້ວພວກເພິ່ນກໍລົງເຮືອໄປ ແຕ່ໃນຄືນນັ້ນ ພວກເພິ່ນບໍ່ໄດ້ປາຈັກໂຕ. ເມື່ອຮຸ່ງເຊົ້າມາ ພຣະເຢຊູເຈົ້າຢືນຢູ່ແຄມຝັ່ງ ແຕ່ພວກສາວົກບໍ່ຮູ້ວ່າແມ່ນພຣະອົງ. ພຣະອົງຖາມພວກເພິ່ນວ່າ, “ລູກເອີຍ ພວກເຈົ້າມີຂອງກິນບໍ່?” ພວກເພິ່ນຕອບພຣະອົງວ່າ, “ບໍ່ມີ.” ພຣະເຢຊູເຈົ້າບອກພວກເພິ່ນວ່າ, “ຈົ່ງຖິ້ມມອງລົງເບື້ອງຂວາຂອງເຮືອ ແລ້ວພວກເຈົ້າຈະໄດ້ປາ.” ດັ່ງນັ້ນ ພວກເພິ່ນຈຶ່ງຖິ້ມມອງລົງ ມອງຖືກປາຫລາຍຈົນດຶງມອງຂຶ້ນບໍ່ໄດ້. ສາວົກຜູ້ທີ່ພຣະເຢຊູເຈົ້າຊົງຮັກບອກເປໂຕວ່າ, “ແມ່ນພຣະອົງເຈົ້ານັ້ນແຫລະ.” ເມື່ອຊີໂມນເປໂຕໄດ້ຍິນວ່າ ແມ່ນພຣະອົງເຈົ້າ ລາວຈຶ່ງຈັບເອົາເສື້ອມານຸ່ງເພາະຕົນເປືອຍຕົວຢູ່ ແລ້ວໂຕນລົງນໍ້າ. ສ່ວນສາວົກຄົນອື່ນໆໄດ້ເອົາເຮືອນ້ອຍລາກດຶງເອົາມອງ ທີ່ມີປາເຕັມຢູ່ນັ້ນເຂົ້າຝັ່ງ ເພາະພວກເພິ່ນຢູ່ໄກຈາກຝັ່ງພຽງແຕ່ຮ້ອຍແມັດເທົ່ານັ້ນ. ເມື່ອພວກເພິ່ນຂຶ້ນມາເຖິງຝັ່ງແລ້ວ ກໍເຫັນຖ່ານໄຟລຸກຢູ່ພ້ອມທັງມີປາ ແລະເຂົ້າຈີ່ຂາງໄວ້. ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເພິ່ນວ່າ, “ຈົ່ງເອົາປາບາງໂຕທີ່ພວກເຈົ້າຈັບໄດ້ມາ.” ຊີໂມນເປໂຕຈຶ່ງເຂົ້າໄປໃນເຮືອ ດຶງມອງຂຶ້ນຝັ່ງ ມີປາໂຕໃຫຍ່ເຕັມຢູ່ ຈຳນວນໜຶ່ງຮ້ອຍຫ້າສິບສາມໂຕ, ເຖິງວ່າ ມີປາຫລວງຫລາຍປານນັ້ນ ມອງກໍຍັງບໍ່ຂາດ. ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຈົ່ງພາກັນມາກິນເຂົ້າສາ,” ໃນຈຳນວນພວກສາວົກບໍ່ມີຜູ້ໃດກ້າຖາມເລີຍວ່າ ທ່ານແມ່ນຜູ້ໃດ? ເພາະພວກເພິ່ນຮູ້ວ່າ ພຣະອົງແມ່ນອົງພຣະຜູ້ເປັນເຈົ້າ.