YouVersion Logo
Search Icon

ໂຢຮັນ 14:16-20

ໂຢຮັນ 14:16-20 ພຄພ

ຝ່າຍ​ເຮົາ​ຈະ​ທູນ​ຂໍ​ພຣະບິດາເຈົ້າ ແລະ​ພຣະອົງ​ຈະ​ຊົງ​ປະທານ​ພຣະຜູ້​ຊ່ວຍ​ອີກ​ອົງ​ໜຶ່ງ​ແກ່​ພວກເຈົ້າ ເພື່ອ​ຈະ​ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ. ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ​ພຣະອົງ, ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ ເພາະ​ພຣະອົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ​ຢູ່​ໃນ ພວກເຈົ້າ.” “ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກຳພ້າ ເຮົາ​ຈະ​ມາ​ຫາ​ພວກເຈົ້າ. ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີ​ຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ເໝືອນກັນ. ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ​ຂອງເຮົາ ພວກເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ກໍ​ຢູ່​ໃນ​ພວກເຈົ້າ.”