ເອຊາຢາ 14:12-14
ເອຊາຢາ 14:12-14 ພຄພ
ລູຊີເຟີ ດວງດາວສ່ອງໃສໃນຕອນເຊົ້າເອີຍ ເຈົ້າໄດ້ຕົກລົງຈາກສະຫວັນແລ້ວນໍ ໃນອະດີດນັ້ນ ເຈົ້າໄດ້ຕີຊະນະຫລາຍໆຊົນຊາດ ແຕ່ບັດນີ້ ເຈົ້າພັດຖືກໂຍນລົງຂີ້ດິນ. ເຈົ້າໄດ້ເວົ້າໃນໃຈວ່າ, “ຂ້ອຍຈະຂຶ້ນໄປສະຫວັນ ແລະຕັ້ງບັນລັງຂອງຂ້ອຍໄວ້ໃນທີ່ສູງສຸດເໜືອດວງດາວຕ່າງໆ. ຂ້ອຍຈະຕ້ອງນັ່ງດັ່ງກະສັດເທິງພູທາງທິດເໜືອ ບ່ອນທີ່ພະທັງຫລາຍຊຸມນຸມກັນຢູ່ນັ້ນ. ຂ້ອຍຈະຕ້ອງຂຶ້ນໄປເໜືອຈອມເມກ ແລະເປັນດັ່ງອົງຊົງຣິດອຳນາດຍິ່ງໃຫຍ່.”