YouVersion Logo
Search Icon

ປະຖົມມະການ 45:1-15

ປະຖົມມະການ 45:1-15 ພຄພ

ໂຢເຊັບ​ບໍ່​ສາມາດ​ອົດກັ້ນ​ນໍ້າຕາ​ໄວ້​ໄດ້​ຕໍ່ໜ້າ​ຄົນ​ຮັບໃຊ້​ຂອງຕົນ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ທັງໝົດ​ອອກ​ໄປ​ຈາກ​ຫ້ອງ. ເມື່ອ​ໂຢເຊັບ​ບອກ​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ ເພິ່ນ​ແມ່ນ​ໃຜ​ນັ້ນ; ບໍ່ມີ​ຄົນອື່ນ​ຢູ່​ໃນ​ທີ່ນັ້ນ​ເລີຍ. ເພິ່ນ​ໄຫ້​ສະອື້ນ​ສຽງດັງ​ຈົນ​ຊາວ​ເອຢິບ​ໄດ້ຍິນ ແລະ​ຂ່າວ​ຈຶ່ງ​ແຜ່​ໄປ​ເຖິງ​ຣາຊວັງ. ໂຢເຊັບ​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ, “ຂ້ອຍ​ແມ່ນ​ໂຢເຊັບ. ພໍ່​ຂອງຂ້ອຍ​ຍັງ​ມີ​ຊີວິດ​ຢູ່​ບໍ?” ແຕ່​ພໍ​ເມື່ອ​ໄດ້ຍິນ​ເຊັ່ນນັ້ນ ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ກໍ​ຢ້ານ​ຫລາຍ ຈົນ​ບໍ່​ສາມາດ​ຕອບ​ເພິ່ນ​ໄດ້. ແລ້ວ​ໂຢເຊັບ​ກໍ​ເວົ້າ​ຕໍ່ໄປ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ໆ​ຂ້ອຍ​ພີ້.” ພວກເຂົາ​ຈຶ່ງ​ຫຍັບ​ເຂົ້າ​ມາ ແລະ​ເພິ່ນ​ເວົ້າ​ຕໍ່ໄປ​ວ່າ, “ຂ້ອຍ​ແມ່ນ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກເຈົ້າ ຜູ້​ທີ່​ພວກເຈົ້າ​ໄດ້​ຂາຍ​ມາ​ທີ່​ປະເທດ​ເອຢິບ. ບັດນີ້ ຢ່າ​ເປັນທຸກໃຈ​ຫລື​ກ່າວໂທດ​ຕົນເອງ​ທີ່​ໄດ້​ຂາຍ​ຂ້ອຍ​ມາ​ທີ່​ນີ້. ແມ່ນ​ພຣະເຈົ້າ ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ນີ້​ກ່ອນ​ເພື່ອ​ຊ່ວຍ​ຊີວິດ​ມະນຸດ. ດຽວນີ້ ເປັນ​ພຽງ​ປີ​ທີ​ສອງ​ຂອງ​ການ​ອຶດຢາກ​ທີ່​ດິນແດນ​ນີ້​ເທົ່ານັ້ນ, ແຕ່​ຍັງ​ຈະ​ມີ​ອີກ​ຫ້າ​ປີ​ທີ່​ບໍ່ມີ​ການ​ປູກຝັງ​ແລະ​ການ​ເກັບກ່ຽວ. ພຣະເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ກ່ອນ ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ​ໄວ້​ແບບ​ອັດສະຈັນ ກໍ​ເພື່ອ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ແລະ​ເຊື້ອສາຍ​ຈະ​ມີ​ຊີວິດ​ຢູ່. ດັ່ງນັ້ນ ຈຶ່ງ​ບໍ່ແມ່ນ​ພວກເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ທີ່​ນີ້ ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ. ພຣະອົງ​ບັນດານ​ໃຫ້​ຂ້ອຍ​ເປັນ​ຂຸນນາງ​ຜູ້​ສຳຄັນ​ຂອງ​ກະສັດ. ຂ້ອຍ​ເປັນ​ຜູ້​ຮັບຜິດຊອບ​ປະເທດ​ທັງໝົດ​ຂອງ​ເພິ່ນ. ຂ້ອຍ​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ທັງໝົດ.” “ບັດນີ້ ຈົ່ງ​ພາກັນ​ກັບ​ເມືອ​ຫາ​ພໍ່​ຂອງຂ້ອຍ ແລະ​ບອກ​ເພິ່ນ​ວ່າ ນີ້​ແມ່ນ​ຄຳເວົ້າ​ຂອງ​ໂຢເຊັບ​ລູກຊາຍ​ຂອງ​ເພິ່ນ​ວ່າ, ‘ພຣະເຈົ້າ​ໄດ້​ບັນດານ​ໃຫ້​ລູກ ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ທັງໝົດ ໃຫ້​ພໍ່​ມາ​ຫາ​ລູກ​ໄວ​ທີ່ສຸດ. ໃຫ້​ພໍ່​ມາ​ທີ່​ເຂດ​ໂກເຊັນ​ບ່ອນ​ທີ່​ຢູ່​ໃກ້​ກັບ​ລູກ ພ້ອມ​ລູກຫລານ ຕະຫລອດ​ທັງ​ຝູງແກະ, ຝູງແບ້, ຝູງງົວ ແລະ​ທຸກໆ​ສິ່ງ​ທີ່​ພໍ່​ມີ​ຢູ່. ຖ້າ​ພໍ່​ມາ​ຢູ່​ເຂດ​ໂກເຊັນ ລູກ​ກໍ​ສາມາດ​ເບິ່ງແຍງ​ພໍ່​ໄດ້​ດີ. ຄວາມ​ອຶດຢາກ​ຍັງ​ຈະ​ມີ​ອີກ​ຫ້າ​ປີ, ແລະ​ລູກ​ບໍ່​ຢາກ​ໃຫ້​ຄອບຄົວ​ຂອງ​ພໍ່​ກັບ​ຝູງສັດ​ຕ້ອງ​ອຶດຕາຍ.”’ ໂຢເຊັບ​ເວົ້າ​ກັບ​ພວກ​ອ້າຍ​ນ້ອງ​ຕໍ່ໄປ​ວ່າ, “ດຽວ​ນີ້ ພວກເຈົ້າ​ທຸກຄົນ ແລະ​ເບັນຢາມິນ​ນ້ອງຊາຍ​ຂອງຂ້ອຍ​ກໍໄດ້​ເຫັນ​ແລ້ວ​ວ່າ ຂ້ອຍ​ແມ່ນ​ໂຢເຊັບ​ແທ້ໆ. ຈົ່ງ​ເລົ່າ​ສູ່​ພໍ່​ຂອງຂ້ອຍ​ຟັງ​ວ່າ ຂ້ອຍ​ມີ​ອຳນາດ​ໃນ​ປະເທດ​ເອຢິບ​ນີ້​ພຽງໃດ ແລະ​ຈົ່ງ​ເລົ່າ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ສູ່​ເພິ່ນ​ຟັງ. ແລ້ວ​ຈົ່ງ​ຮີບ​ພາ​ເພິ່ນ​ມາ​ຢູ່​ປະເທດ​ເອຢິບ​ພີ້​ໄວໆ.” ໂຢເຊັບ​ກອດ​ເບັນຢາມິນ​ນ້ອງຊາຍ​ຂອງຕົນ​ໄວ້​ຢູ່​ໃນ​ອ້ອມ​ແຂນ​ພ້ອມ​ທັງ​ຮ້ອງໄຫ້. ເບັນຢາມິນ​ກໍ​ຮ້ອງໄຫ້​ໃນ​ອ້ອມກອດ​ຂອງ​ອ້າຍ​ເໝືອນກັນ. ແລ້ວ​ທັງໆ​ທີ່​ຍັງ​ຮ້ອງໄຫ້​ຢູ່​ນັ້ນ ເພິ່ນ​ກອດ​ແລະ​ຈູບ​ພວກອ້າຍ​ທຸກໆ​ຄົນ. ຫລັງຈາກ​ນັ້ນ ອ້າຍ​ແລະ​ນ້ອງ​ກໍ​ໂອ້​ລົມ​ກັນ​ກັບ​ໂຢເຊັບ.

Free Reading Plans and Devotionals related to ປະຖົມມະການ 45:1-15