ປະຖົມມະການ 22:6-8
ປະຖົມມະການ 22:6-8 ພຄພ
ອັບຣາຮາມເອົາຟືນສຳລັບເຜົາເຄື່ອງບູຊາໃຫ້ອີຊາກແບກຂຶ້ນໄປ ສ່ວນເພິ່ນເອງຖືມີດກັບຖ່ານໄຟທີ່ກຳລັງລຸກຢູ່. ເມື່ອເດີນທາງໄປນັ້ນ ອີຊາກເວົ້າກັບອັບຣາຮາມວ່າ, “ພໍ່ເອີຍ” ພໍ່ຈຶ່ງຕອບວ່າ, “ແມ່ນຫຍັງລູກ?” ອີຊາກຖາມວ່າ, “ຟືນກັບໄຟກໍມີແລ້ວ, ແຕ່ລູກແກະທີ່ຈະເຜົາບູຊານັ້ນຢູ່ໃສ?” ອັບຣາຮາມຕອບວ່າ, “ພຣະເຈົ້າຈະຈັດຫາໃຫ້ເອງ.” ແລ້ວສອງພໍ່ລູກກໍຍ່າງຕໍ່ໄປ.