YouVersion Logo
Search Icon

ປະຖົມມະການ 16:4-8

ປະຖົມມະການ 16:4-8 ພຄພ

ອັບຣາມ​ນອນ​ນຳ​ນາງ​ຮາກາ ແລະ​ນາງ​ກໍ​ຕັ້ງ​ທ້ອງ. ເມື່ອ​ນາງ​ຮາກາ​ຮູ້​ວ່າ​ຕົນ​ຕັ້ງ​ທ້ອງ​ແລ້ວ ກໍ​ເກີດ​ຈອງຫອງ​ພອງຕົວ ແລະ​ໝິ່ນປະໝາດ​ນາງ​ຊາຣາຍ. ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ເປັນ​ຄວາມຜິດ​ຂອງ​ເຈົ້າ ທີ່​ຮາກາ​ໝິ່ນປະໝາດ​ຂ້ອຍ. ຂ້ອຍ​ເອົາ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ, ແຕ່​ເມື່ອ​ນາງ​ມີ​ທ້ອງ​ແລ້ວ ກໍ​ໝິ່ນປະໝາດ​ຂ້ອຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ເອົາ​ເອງ​ເຖີດ​ວ່າ ໃນ​ລະຫວ່າງ​ຂ້ອຍ​ກັບ​ເຈົ້າ​ແມ່ນ​ໃຜ​ຖືກ ເຈົ້າ​ຫລື​ຂ້ອຍ?” ອັບຣາມ​ຕອບ​ວ່າ, “ດີ​ແລ້ວ ຮາກາ​ຍັງ​ເປັນ​ສາວ​ໃຊ້​ຂອງ​ເຈົ້າ​ຢູ່ ແລະ​ນາງ​ກໍ​ຍັງ​ຢູ່​ໃຕ້​ຄວາມ​ຄຸ້ມຄອງ​ຂອງ​ເຈົ້າ. ຈົ່ງ​ເຮັດ​ຕໍ່​ນາງ​ຕາມ​ທີ່​ເຈົ້າ​ເຫັນ​ສົມຄວນ​ເຖີດ.” ດັ່ງນັ້ນ ນາງ​ຊາຣາຍ​ຈຶ່ງ​ຂົ່ມເຫັງ​ຮາກາ​ຢ່າງ​ໜັກ ຈົນ​ນາງ​ຕ້ອງ​ປົບໜີໄປ. ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ພົບ​ຮາກາ​ໃກ້​ບໍ່​ນໍ້າ​ແຫ່ງ​ໜຶ່ງ ຢູ່​ໃນ​ທະເລຊາຍ​ທາງ​ໄປ​ເມືອງ​ຊູເຣ ຈຶ່ງ​ຖາມ​ວ່າ, “ຮາກາ ສາວ​ໃຊ້​ຂອງ​ຊາຣາຍ ເຈົ້າ​ມາ​ແຕ່​ໃສ? ແລະ​ເຈົ້າ​ຈະ​ໄປ​ໃສ?” ນາງ​ຕອບ​ວ່າ, “ຂ້ານ້ອຍ​ກຳລັງ​ຈະ​ໜີໄປ​ຈາກ​ຊາຣາຍ.”