ປະຖົມມະການ 12:1-3
ປະຖົມມະການ 12:1-3 ພຄພ
ພຣະເຈົ້າຢາເວໄດ້ບອກອັບຣາມວ່າ, “ຈົ່ງອອກໜີຈາກປະເທດ, ຍາດຕິພີ່ນ້ອງ ແລະບ້ານເກີດເມືອງນອນຂອງເຈົ້າ ແລະໄປສູ່ດິນແດນທີ່ເຮົາຈະຊີ້ແຈງໃຫ້ເຈົ້າເຫັນ. ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລາຍ ແລະພວກເຂົາຈະກາຍເປັນຊົນຊາດໃຫຍ່. ເຮົາຈະອວຍພອນເຈົ້າ ແລະໃຫ້ເຈົ້າມີຊື່ສຽງ ແລະເຈົ້າຈະໄດ້ເປັນທໍ່ພຣະພອນໃຫ້ແກ່ຊົນຊາດອື່ນໆເທິງແຜ່ນດິນໂລກ. ເຮົາຈະອວຍພອນຜູ້ທີ່ອວຍພອນເຈົ້າ, ແຕ່ເຮົາຈະສາບແຊ່ງຜູ້ທີ່ສາບແຊ່ງເຈົ້າ ແລະໂດຍຜ່ານທາງເຈົ້າ ເຮົາຈະອວຍພອນຊົນຊາດທັງປວງ.”