YouVersion Logo
Search Icon

ປະຖົມມະການ 11:5-9

ປະຖົມມະການ 11:5-9 ພຄພ

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ ເພື່ອ​ເບິ່ງ​ຕົວເມືອງ​ກັບ​ຫໍຄອຍ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ ແລະ​ພຣະອົງ​ຊົງ​ກ່າວ​ວ່າ, “ບັດ​ນີ້ ມະນຸດ​ທ້ອນໂຮມ​ກັນ​ເປັນ​ພວກ​ດຽວ ແລະ​ຕ່າງ​ກໍ​ປາກ​ເວົ້າ​ພາສາ​ດຽວກັນ; ສິ່ງ​ນີ້​ເປັນ​ພຽງ​ຂັ້ນ​ເລີ່ມຕົ້ນ​ຂອງ​ສິ່ງ​ທີ່​ພວກເຂົາ​ກຳລັງ​ຈະ​ກະທຳ. ບໍ່​ດົນນານ ພວກເຂົາ​ກໍ​ຈະ​ສາມາດ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຂົາ​ຕ້ອງການ ສະນັ້ນ ພວກເຮົາ​ຕ້ອງ​ລົງ​ໄປ​ເຮັດ​ໃຫ້​ພາສາ​ຂອງ​ເຂົາ​ສັບສົນ​ແຕກຕ່າງ​ກັນ ແລະ​ພວກເຂົາ​ຈະ​ເວົ້າ​ບໍ່​ເຂົ້າໃຈ​ກັນ.” ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ພວກເຂົາ​ພັດພາກ​ຈາກ​ກັນ ໄປ​ຢູ່​ທົ່ວ​ທຸກຫົນ​ທຸກແຫ່ງ​ເທິງ​ແຜ່ນດິນ​ໂລກ ແລະ​ພວກເຂົາ​ກໍໄດ້​ຢຸດ​ການ​ກໍ່ສ້າງ​ເມືອງ. ດັ່ງນັ້ນ ເຂົາ​ໄດ້​ໃສ່​ຊື່​ສະຖານທີ່​ນັ້ນ​ວ່າ, “ບາເບນ” ເພາະ​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພາສາ​ຂອງ​ບັນດາ​ປະຊາຊາດ​ແຕກຕ່າງ​ກັນ ແລະ​ຈາກ​ທີ່​ນັ້ນ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.