YouVersion Logo
Search Icon

ເອເຊກຽນ 28:12-18

ເອເຊກຽນ 28:12-18 ພຄພ

“ມະນຸດ​ເອີຍ ຈົ່ງ​ຄໍ່າຄວນ​ເຖິງ​ຊາຕາກຳ​ທີ່​ກຳລັງ​ລໍຄອຍ​ກະສັດ​ແຫ່ງ​ຕີເຣ​ຢູ່. ຈົ່ງ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ລາວ​ວ່າ, ‘ຄັ້ງ​ໜຶ່ງ ເຈົ້າ​ເຄີຍ​ເປັນ​ແບບຢ່າງ​ເຖິງ​ຄວາມ​ຄົບຖ້ວນ​ບໍຣິບູນ. ເຈົ້າ​ເປັນ​ຄົນ​ສະຫລາດ​ຫລັກແຫລມ ແລະ​ຮູບຮ່າງ​ກໍ​ສະຫງ່າງາມ​ແທ້ໆ ເຈົ້າ​ເຄີຍ​ໄດ້​ຢູ່​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ ທັງ​ປະດັບ​ກາຍ​ດ້ວຍ​ເພັດພອຍ​ນາໆ​ຊະນິດ​ເຊັ່ນ: ທັບທີມ​ແລະ​ເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະ​ໂມລາ; ນິນສີຄາມ, ມໍຣະກົດ ແລະ​ໂກເມນ. ເຈົ້າ​ມີ​ເຄື່ອງເອ້​ເປັນ​ຄຳ​ຢ່າງ​ຫລວງຫລາຍ. ສິ່ງ​ເຫຼົ່ານີ້​ໄດ້​ເຮັດ​ໄວ້​ສຳລັບ​ເຈົ້າ ຕັ້ງແຕ່​ມື້​ທີ່ ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ. ເຮົາ​ໄດ້​ຕັ້ງ​ເທວະດາ​ຕົນ​ໜຶ່ງ​ທີ່​ໜ້າຢ້ານກົວ​ຍິ່ງ​ໄວ້​ໃນ​ທີ່ນັ້ນ ເພື່ອ​ໃຫ້​ເຝົ້າ​ປົກປ້ອງ​ຄຸ້ມຄອງ​ເຈົ້າ. ເຈົ້າ​ໄດ້​ອາໄສ​ຢູ່​ເທິງ​ພູ​ສັກສິດ​ຂອງເຮົາ ແລະ​ຍ່າງ​ໄປມາ​ທ່າມກາງ​ເພັດພອຍ​ຕ່າງໆ​ທີ່​ເຫລືອງເຫລື້ອມ​ແວວວາວ. ການ​ປະພຶດ​ຂອງເຈົ້າ​ຄົບຖ້ວນ​ບໍຣິບູນ​ທຸກຢ່າງ ແຕ່​ມື້​ທີ່​ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ຈົນກວ່າ​ການ​ຊົ່ວຊ້າ​ໄດ້​ປາກົດ​ໃນ​ຕົວ​ເຈົ້າ. ເຈົ້າ​ໄດ້​ຫຍຸ້ງຢູ່​ນຳ​ແຕ່​ການ​ຊື້ຂາຍ ແລະ​ມັນ​ໄດ້​ນຳ​ເຈົ້າ​ໄປ​ສູ່​ການ​ຮຸນແຮງ​ແລະ​ການກະທຳ​ບາບ. ສະນັ້ນ ເຮົາ​ຈຶ່ງ​ບັງຄັບ​ເຈົ້າ​ໃຫ້​ໜີໄປ​ຈາກ​ພູເຂົາ​ຂອງ​ພຣະເຈົ້າ ແລະ​ປົດ​ເຈົ້າ​ລົງ​ສູ່​ຖັນແຖວ​ທຳມະດາ​ຂອງ​ມະນຸດ​ທີ່​ຕາຍເປັນ ແລະ​ຂັບໄລ່​ເຈົ້າ​ໃຫ້​ໜີ​ຈາກ​ເພັດພອຍ​ຕ່າງໆ​ອັນ​ເຫລືອງເຫລື້ອມ​ແວວວາວ​ນັ້ນ. ເຈົ້າ​ອວດອົ່ງ​ທະນົງ​ຕົວ​ເພາະ​ຮູບຮ່າງ​ອັນ​ສະຫງ່າງາມ​ຂອງເຈົ້າ ແລະ​ຊື່ສຽງ​ຂອງ​ເຈົ້າ​ກໍໄດ້​ພາ​ໃຫ້​ເຈົ້າ​ປະພຶດ​ຕົນ​ດັ່ງ​ຄົນໂງ່ຈ້າ. ຍ້ອນ​ເລື່ອງ​ນີ້ ເຮົາ​ຈຶ່ງ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ພື້ນດິນ ແລະ​ປ່ອຍປະ​ເຈົ້າ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ແກ່​ກະສັດ​ຄົນອື່ນໆ. ເຈົ້າ​ໄດ້​ທຳມາ​ຄ້າຂາຍ​ຢ່າງ​ຊົ່ວຊ້າ ຈົນ​ບ່ອນ​ນະມັດສະການ​ຂອງເຈົ້າ​ໄດ້​ຮັບ​ການ​ເສື່ອມເສຍ​ໝົດ. ສະນັ້ນ ເຮົາ​ຈຶ່ງ​ຈູດ​ໄຟ​ເຜົາ​ຕົວເມືອງ​ຈົນ​ໄໝ້​ໝົດກ້ຽງ​ເປັນ​ຂີ້ເຖົ່າ. ບັດນີ້ ທຸກຄົນ​ທີ່​ແນມເບິ່ງ​ເຈົ້າ​ກໍ​ຈະ​ເຫັນ​ເຈົ້າ​ເປັນ​ຂີ້ເຖົ່າ​ໄປ.

Free Reading Plans and Devotionals related to ເອເຊກຽນ 28:12-18