ອົບພະຍົບ 33
33
ຊາວອິດສະຣາເອນຍ້າຍໄປຈາກພູເຂົາຊີນາຍ
1ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຍ້າຍຈາກທີ່ນີ້ ແລະພາປະຊາຊົນທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບນັ້ນ ໄປສູ່ດິນແດນທີ່ເຮົາໄດ້ສັນຍາໄວ້ວ່າຈະມອບໃຫ້ອັບຣາຮາມ, ອີຊາກ, ຢາໂຄບ, ແລະເຊື້ອສາຍຂອງພວກເຂົາ. 2ເຮົາຈະສົ່ງເທວະດານຳໜ້າພວກເຈົ້າໄປ ແລະເຮົາຈະຂັບໄລ່ຊາວການາອານ, ອາໂມ, ຮິດຕີ, ເປຣີຊີ, ຮີວີ ແລະຊາວເຢບຸດ ອອກໄປ. 3ພວກເຈົ້າກຳລັງເດີນທາງໄປສູ່ດິນແດນທີ່ອຸດົມສົມບູນແລະຮັ່ງມີ. ແຕ່ສ່ວນເຮົາເອງ ເຮົາໄປກັບພວກເຈົ້າບໍ່ໄດ້ຍ້ອນວ່າພວກເຈົ້າໃຈແຂງກະດ້າງດື້ດຶງຫລາຍ ແລະເຮົາອາດທຳລາຍພວກເຈົ້າຕາມທາງກໍໄດ້.”
4ເມື່ອປະຊາຊົນໄດ້ຍິນດັ່ງນີ້ ພວກເຂົາກໍໄດ້ໄວ້ທຸກ ແລະບໍ່ມີຜູ້ໃດໃສ່ເຄື່ອງເອ້ອີກຕໍ່ໄປ. 5ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກພວກເຂົາວ່າ, “ພວກເຈົ້າເປັນຄົນໃຈແຂງກະດ້າງດື້ດຶງ. ຖ້າເຮົາໄປກັບພວກເຈົ້າພຽງເວລາໜ້ອຍດຽວ ເຮົາອາດທຳລາຍພວກເຈົ້າຈົນໝົດສິ້ນກໍໄດ້. ບັດນີ້ຈົ່ງປົດເຄື່ອງເອ້ຂອງພວກເຈົ້າອອກສາ ແລະເຮົາຈະຕັດສິນໃຈວ່າ ຄວນເຮັດຢ່າງໃດດີກັບພວກເຈົ້າໃນຂັ້ນຕໍ່ໄປ.” 6ເພາະສະນັ້ນ ປະຊາຊົນອິດສະຣາເອນຈຶ່ງບໍ່ໄດ້ໃສ່ເຄື່ອງເອ້ອີກຕໍ່ໄປ ເມື່ອຈາກພູເຂົາຊີນາຍໄປນັ້ນ.
ຫໍເຕັນບ່ອນພຣະເຈົ້າຢາເວສະຖິດຢູ່
7ເມື່ອໃດທີ່ປະຊາຊົນອິດສະຣາເອນຕັ້ງຄ້າຍພັກອາໄສຢູ່ ໂມເຊກໍກາງຫໍເຕັນບ່ອນຊຸມນຸມຂຶ້ນຫ່າງຈາກຄ້າຍພັກເມື່ອນັ້ນ. ຫໍເຕັນນີ້ເອີ້ນວ່າຫໍເຕັນບ່ອນຊຸມນຸມ ແລະຖ້າຜູ້ໃດຕ້ອງການເຂົ້າພົບພຣະເຈົ້າຢາເວ ກໍໃຫ້ຜູ້ນັ້ນອອກໄປທີ່ຫໍເຕັນນັ້ນ ຊຶ່ງຕັ້ງຢູ່ນອກບໍລິເວນຄ້າຍ. 8ເມື່ອໃດໂມເຊອອກຈາກເຕັນຂອງຕົນໄປທີ່ຫໍເຕັນ ເມື່ອນັ້ນປະຊາຊົນຕ່າງກໍຢືນຢູ່ຕໍ່ໜ້າຄ້າຍພັກຂອງໃຜລາວ ເບິ່ງໂມເຊຍ່າງເຂົ້າໄປໃນຫໍເຕັນ. 9ຫລັງຈາກທີ່ໂມເຊໄດ້ເຂົ້າໄປໃນຫໍເຕັນແລ້ວ ໄດ້ມີເມກເປັນຮູບເສົາລອຍລົງມາ ແລະຢຸດຢູ່ທີ່ປະຕູເຂົ້າຫໍເຕັນ ແລະພຣະເຈົ້າຢາເວກໍກ່າວແກ່ໂມເຊຈາກເສົາເມກນັ້ນ. 10ເມື່ອປະຊາຊົນໄດ້ເຫັນເສົາເມກທີ່ປະຕູເຂົ້າຫໍເຕັນເທື່ອໃດ ພວກເຂົາກໍຂາບລົງເທື່ອນັ້ນ. 11ພຣະເຈົ້າຢາເວກ່າວແກ່ໂມເຊໜ້າຕໍ່ໜ້າ ດັ່ງຄົນໜຶ່ງທີ່ກ່າວຕໍ່ເພື່ອນຂອງຕົນ. ແລ້ວໂມເຊກໍກັບຄືນເມືອຄ້າຍພັກ, ສ່ວນໂຢຊວຍລູກຊາຍຂອງນູນ ຜູ້ຮັບໃຊ້ທີ່ໜຸ່ມແໜ້ນຂອງເພິ່ນໄດ້ປະຈຳຢູ່ໃນຫໍເຕັນ.
ພຣະເຈົ້າຢາເວສັນຍາວ່າຈະຢູ່ນຳປະຊາຊົນຂອງພຣະອົງ
12ແລ້ວໂມເຊກໍກ່າວຕໍ່ພຣະເຈົ້າຢາເວວ່າ, “ພຣະອົງໄດ້ສັ່ງໃຫ້ຂ້ານ້ອຍນຳພາປະຊາຊົນເຫຼົ່ານີ້ ແຕ່ພຣະອົງບໍ່ໄດ້ສັນຍາວ່າ ຈະສົ່ງຜູ້ໃດມາຊ່ວຍຂ້ານ້ອຍເລີຍ. ພຣະອົງບອກພຽງແຕ່ວ່າ ພຣະອົງຮູ້ຈັກຂ້ານ້ອຍດີ ແລະພໍໃຈນຳຂ້ານ້ອຍ. 13ບັດນີ້ ຖ້າພຣະອົງພໍໃຈນຳຂ້ານ້ອຍແທ້ແລ້ວ ຈົ່ງບອກແຜນການຂອງພຣະອົງໃຫ້ຂ້ານ້ອຍຮູ້ນຳແດ່ທ້ອນ ເພື່ອວ່າຂ້ານ້ອຍຈະໄດ້ຮັບໃຊ້ພຣະອົງຕໍ່ໄປ ແລະສືບຕໍ່ເຮັດໃຫ້ພຣະອົງພໍໃຈນຳຂ້ານ້ອຍຫລາຍຍິ່ງຂຶ້ນ. ໂຜດລະນຶກເຖິງຄືກັນວ່າ ພຣະອົງໄດ້ເລືອກເອົາຊົນຊາດນີ້ເປັນປະຊາຊົນຂອງພຣະອົງ.”
14ພຣະອົງຈຶ່ງຕອບວ່າ, “ເຮົາຈະນຳພາເຈົ້າໄປ ແລະເຈົ້າຈະໄດ້ຮັບການພັກຜ່ອນ.”
15ໂມເຊໄດ້ກ່າວຕໍ່ພຣະອົງວ່າ, “ຖ້າພຣະອົງບໍ່ນຳພາພວກຂ້ານ້ອຍທັງຫລາຍໄປ ກໍຢ່າໃຫ້ພວກຂ້ານ້ອຍຍ້າຍອອກໄປຈາກທີ່ນີ້ເລີຍ. 16ໃຜຈະຮູ້ວ່າພຣະອົງພໍໃຈນຳປະຊາຊົນຂອງພຣະອົງ ແລະພໍໃຈນຳຂ້ານ້ອຍໄດ້ຢ່າງໃດ ຖ້າພຣະອົງບໍ່ນຳພາຂ້ານ້ອຍໄປ? ການທີ່ພຣະອົງນຳພາພວກຂ້ານ້ອຍໄປນັ້ນ ຈະສຳແດງໃຫ້ປະຊາຊົນອື່ນໆໃນໂລກເຫັນວ່າ ພວກຂ້ານ້ອຍທັງຫລາຍເປັນປະຊາຊົນຂອງພຣະອົງແທ້.”
17ສະນັ້ນ ພຣະເຈົ້າຢາເວຈຶ່ງບອກໂມເຊວ່າ, “ເຮົາຈະເຮັດຕາມທີ່ເຈົ້າຂໍມາ ຍ້ອນວ່າເຮົາຮູ້ຈັກເຈົ້າດີແລະພໍໃຈນຳເຈົ້າ.”
18ແລ້ວໂມເຊກໍຮ້ອງຂໍວ່າ, “ຖ້າເປັນດັ່ງນັ້ນ ພຣະອົງເອີຍ ຂໍຊົງໂຜດໃຫ້ຂ້ານ້ອຍໄດ້ເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງພຣະອົງແດ່ທ້ອນ.”
19ພຣະອົງຕອບວ່າ, “ເຮົາຈະໃຫ້ຄຸນຄວາມດີທັງໝົດຂອງເຮົາ ຜ່ານໄປຕໍ່ໜ້າຕໍ່ຕາເຈົ້າ ແລະທັງຈະບອກຊື່ອັນສັກສິດຂອງເຮົາໃຫ້ເຈົ້າຮູ້. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາສຳແດງຄວາມເມດຕາປານີ ຕໍ່ຜູ້ທີ່ເຮົາໄດ້ເລືອກເອົາ. 20ເຈົ້າຈະບໍ່ເຫັນໜ້າເຮົາ ເພາະວ່າບໍ່ມີຜູ້ໃດທີ່ໄດ້ເຫັນໜ້າເຮົາແລ້ວມີຊີວິດຢູ່.” 21ແລະພຣະເຈົ້າຢາເວໄດ້ກ່າວວ່າ, “ເບິ່ງຫັ້ນແມ ມີໂງ່ນຫີນໃຫຍ່ຢູ່ຂ້າງເຮົານີ້ ຈົ່ງໄປຢືນຢູ່ເທິງໂງ່ນຫີນນັ້ນ. 22ເມື່ອແສງສຸກໃສແຫ່ງສະຫງ່າຣາສີຂອງເຮົາຜ່ານໄປ ເຮົາຈະເອົາເຈົ້າຊົ້ນໄວ້ໃນຫວ່າງຫີນ ໂດຍເອົາມືເຮົາບັງເຈົ້າໄວ້ ຈົນກວ່າເຮົາຈະຜ່ານໄປ. 23ແລ້ວເຮົາກໍຈະເອົາມືອອກ ແລະເຈົ້າຈະເຫັນຫລັງເຮົາ ແຕ່ຈະບໍ່ໄດ້ເຫັນໜ້າເຮົາ.”
Currently Selected:
ອົບພະຍົບ 33: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.