YouVersion Logo
Search Icon

ອົບພະຍົບ 2:11-23

ອົບພະຍົບ 2:11-23 ພຄພ

ຢູ່ມາ​ວັນໜຶ່ງ ເມື່ອ​ໂມເຊ​ໃຫຍ່​ແລ້ວ ລາວ​ກໍໄດ້​ອອກ​ໄປ​ຢ້ຽມຢາມ​ຄົນ​ທີ່​ເປັນ​ຊົນຊາດ​ດຽວກັນ​ຄື ຊາວ​ເຮັບເຣີ ແລະ​ລາວ​ໄດ້​ເຫັນ​ພວກເຂົາ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ຫລາຍ. ລາວ​ຍັງ​ໄດ້​ເຫັນ​ຄົນ​ເອຢິບ​ຜູ້ໜຶ່ງ​ຕົບຕີ​ຄົນ​ເຮັບເຣີ​ຜູ້ໜຶ່ງ ທີ່​ເປັນ​ຊົນຊາດ​ດຽວກັນ​ກັບ​ຕົນ. ໂມເຊ​ຫລຽວໜ້າ​ຫລຽວຫລັງ ເມື່ອ​ບໍ່​ເຫັນ​ຜູ້ໃດ​ໃນ​ທີ່ນັ້ນ ລາວ​ຈຶ່ງ​ຂ້າ​ຄົນ​ເອຢິບ​ຜູ້ນັ້ນ​ເສຍ ແລະ​ຝັງສົບ​ເຊື່ອງ​ໄວ້​ໃນ​ດິນ​ຊາຍ. ມື້​ຕໍ່ມາ ໂມເຊ​ໄດ້​ກັບ​ໄປ​ບ່ອນ​ນັ້ນ​ອີກ ແລະ​ເທື່ອ​ນີ້​ລາວ​ເຫັນ​ຄົນ​ເຮັບເຣີ​ສອງ​ຄົນ​ກຳລັງ​ຕີ​ກັນ​ຢູ່. ລາວ​ຈຶ່ງ​ໄດ້​ຖາມ​ຜູ້​ເປັນ​ຝ່າຍ​ຜິດ​ນັ້ນ​ວ່າ, “ເປັນຫຍັງ​ຈຶ່ງ​ຕີ​ຄົນ​ຊາດ​ດຽວກັນ?” ຄົນ​ນັ້ນ​ຕອບ​ວ່າ, “ໃຜ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ນາຍ​ຕັດສິນ​ຄວາມ​ພວກຂ້ອຍ? ເຈົ້າ​ຈະ​ຂ້າ​ຂ້ອຍ​ເໝືອນ​ໄດ້​ຂ້າ​ຄົນ​ເອຢິບ​ຜູ້ນັ້ນ​ບໍ?” ໂມເຊ​ຕົກໃຈ​ແຮງຫລາຍ​ພ້ອມ​ທັງ​ຄິດ​ໃນ​ໃຈ​ວ່າ, “ມີ​ຜູ້​ຮູ້ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ນັ້ນ​ແລ້ວ.” ເມື່ອ​ກະສັດ​ຟາໂຣ​ໄດ້​ຮູ້​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ພະຍາຍາມ​ຫາ​ຊ່ອງທາງ​ຂ້າ​ໂມເຊ, ແຕ່​ໂມເຊ​ໄດ້​ເອົາ​ຕົວ​ຫລົບ​ໜີໄປ​ຢູ່​ດິນແດນ​ມີດີອານ​ເສຍ​ກ່ອນ. ພໍ​ໂມເຊ​ໄປ​ຮອດ​ທີ່​ນັ້ນ ລາວ​ກໍ​ນັ່ງ​ລົງ​ພັກຜ່ອນ​ເອົາ​ແຮງ​ຢູ່​ໃກ້​ບໍ່ນໍ້າສ້າງ​ແຫ່ງ​ໜຶ່ງ. ປະໂຣຫິດ​ແຫ່ງ​ມີດີອານ​ຜູ້​ທີ່​ຊື່​ວ່າ ເຢທະໂຣ, ເພິ່ນ​ມີ​ລູກສາວ​ເຈັດ​ຄົນ. ພວກ​ນາງ​ໄດ້​ພາກັນ​ມາ​ຕັກ​ນໍ້າ​ໃຫ້​ຝູງແບ້​ແລະ​ຝູງແກະ​ກິນ. ແຕ່​ມີ​ຄົນລ້ຽງແກະ​ບາງ​ພວກ​ໄດ້​ມາ​ໄລ່​ໃຫ້​ພວກ​ນາງ​ໜີໄປ. ໂມເຊ​ໄດ້​ເຂົ້າ​ໄປ​ຊ່ວຍເຫລືອ ແລະ​ທັງ​ໄດ້​ຕັກ​ນໍ້າ​ໃຫ້​ຝູງສັດ​ຂອງ​ພວກ​ນາງ​ກິນ​ດ້ວຍ. ເມື່ອ​ພວກ​ນາງ​ກັບ​ເມືອ​ເຮືອນ​ຫາ​ເຣອູເອນ ຜູ້​ເປັນ​ພໍ່​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ວັນນີ້​ຈຶ່ງ​ກັບ​ມາ​ໄວ​ແທ້?” ພວກ​ນາງ​ຕອບ​ວ່າ, “ມີ​ຄົນ​ເອຢິບ​ຜູ້ໜຶ່ງ​ໄດ້​ຊ່ວຍ​ພວກ​ລູກ​ໃຫ້​ພົ້ນ​ຈາກ​ພວກ​ລ້ຽງແກະ ແລະ​ທັງ​ໄດ້​ຊ່ວຍ​ຕັກ​ນໍ້າ​ໃຫ້​ສັດ​ຂອງ​ພວກເຮົາ​ກິນ​ດ້ວຍ.” ຜູ້​ເປັນ​ພໍ່​ຈຶ່ງ​ຖາມ​ລູກສາວ​ອີກ​ວ່າ, “ຊາຍ​ຜູ້ນັ້ນ​ຢູ່​ໃສ? ເຫດ​ໃດ​ຈຶ່ງ​ມາ​ປະ​ລາວ? ຮີບ​ໄປ​ເຊີນ​ລາວ​ມາ​ກິນ​ເຂົ້າ​ນຳ​ພວກເຮົາ​ແມ.” ໂມເຊ​ໄດ້​ຕັດສິນໃຈ​ຢູ່​ທີ່​ມີດີອານ ແລະ​ເຢທະໂຣ​ຈຶ່ງ​ໄດ້​ຍົກ​ນາງ​ຊິບໂປຣາ ລູກສາວ​ຂອງຕົນ​ໃຫ້​ເປັນ​ເມຍ​ຂອງ​ໂມເຊ. ນາງ​ໄດ້​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ໂມເຊ ແລະ​ໂມເຊ​ຄິດ​ໃນ​ໃຈ​ວ່າ, “ຂ້ອຍ​ເປັນ​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ໃນ​ປະເທດ​ນີ້. ສະນັ້ນ ຂ້ອຍ​ຈຶ່ງ​ຈະ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເກໂຊມ.” ຕໍ່ມາ​ອີກ​ຫລາຍປີ ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ​ກໍໄດ້​ຕາຍໄປ, ແຕ່​ເພາະ​ຊາວ​ອິດສະຣາເອນ​ຍັງ​ຕົກ​ເປັນ​ທາດຮັບໃຊ້​ຢູ່ ພວກເຂົາ​ຈຶ່ງ​ຮ້ອງໄຫ້​ຄວນຄາງ​ແລະ​ຮ້ອງ​ຫາ​ຜູ້​ຊ່ວຍເຫລືອ. ສຽງ​ຂໍຮ້ອງ​ຂອງ​ພວກເຂົາ​ໄດ້​ດັງ​ຂຶ້ນ​ໄປ​ເຖິງ​ພຣະເຈົ້າ.

Free Reading Plans and Devotionals related to ອົບພະຍົບ 2:11-23