YouVersion Logo
Search Icon

ອົບພະຍົບ 19

19
ຊາວ​ອິດສະຣາເອນ​ທີ່​ພູເຂົາ​ຊີນາຍ
1-2ຊາວ​ອິດສະຣາເອນ​ໄດ້​ຍົກຍ້າຍ​ໄປ​ຈາກ ເຣຟີດີມ ແລະ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສາມ ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຕີນ​ພູເຂົາ​ຊີນາຍ 3ແລະ​ໂມເຊ​ກໍໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ.
ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເທິງ​ພູ​ໃຫ້​ບອກ​ຊາວ​ອິດສະຣາເອນ ເຊື້ອສາຍ​ຂອງ​ຢາໂຄບ​ດັ່ງນີ້: 4“ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊາວ​ເອຢິບ ແລະ​ທັງ​ໄດ້​ເຫັນ​ເຮົາ​ນຳ​ເອົາ​ພວກເຈົ້າ​ຂຶ້ນ​ມາ​ທີ່​ນີ້​ໃກ້ຊິດ​ເຮົາ​ຢ່າງ​ໃດ ກໍ​ດັ່ງ​ນົກອິນຊີ​ໃຊ້​ປີກ​ຍົກ​ລູກ​ຂອງຕົນ​ຂຶ້ນ​ຂີ່​ຫລັງ. 5ບັດນີ້ ຖ້າ​ພວກເຈົ້າ​ເຊື່ອຟັງ​ເຮົາ ແລະ​ຮັກສາ​ພັນທະສັນຍາ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງເຮົາ, ແຕ່​ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ທີ່​ເຮົາ​ເລືອກ​ໄວ້​ 6ແລະ​ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ​ທັງ​ເປັນ​ຊົນຊາດ​ບໍຣິສຸດ​ສຳລັບ​ເຮົາ.” 7ສະນັ້ນ ໂມເຊ​ຈຶ່ງ​ລົງ​ໄປ​ທີ່​ຄ້າຍພັກ ເອີ້ນ​ບັນດາ​ຫົວໜ້າ​ປະຊາຊົນ​ອິດສະຣາເອນ​ມາ​ປະຊຸມ ແລະ​ບອກ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ສູ່​ພວກເຂົາ​ຟັງ. 8ປະຊາຊົນ​ທັງໝົດ​ຈຶ່ງ​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.” ແລ້ວ​ໂມເຊ​ກໍ​ຂຶ້ນ​ໄປ​ແຈ້ງ​ຕໍ່​ພຣະເຈົ້າຢາເວ ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ນັ້ນ.
9ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ເມກ​ອັນ​ຕຶບໜາ ເພື່ອ​ວ່າ​ປະຊາຊົນ​ຈະ​ໄດ້ຍິນ​ເຮົາ​ກ່າວ​ແກ່​ເຈົ້າ ແລະ​ພວກເຂົາ​ຈະ​ໄດ້​ເຊື່ອຟັງ​ເຈົ້າ​ຕະຫລອດໄປ.”
ໂມເຊ​ຈຶ່ງ​ບອກ​ພຣະເຈົ້າຢາເວ​ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ມາ​ນັ້ນ 10ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ປະຊາຊົນ​ຊຳລະ​ຕົວ ໃຫ້​ສະອາດ​ໃນ​ມື້ນີ້​ແລະ​ມື້ອື່ນ ເພື່ອ​ເຂົ້າ​ມາ​ນະມັດສະການ​ເຮົາ. ພວກເຂົາ​ຈະ​ຕ້ອງ​ພາກັນ​ຊັກ​ເສື້ອຜ້າ​ກ່ອນ 11ແລະ​ມື້ຮື ໃຫ້​ພວກເຂົາ​ຕຽມພ້ອມ ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ຈະ​ລົງ​ມາ​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ເຫັນ​ເຮົາ. 12ເຈົ້າ​ຈົ່ງ​ກຳນົດ​ເຂດ​ອ້ອມຮອບ​ພູ​ໄວ້​ໃຫ້​ປະຊາຊົນ ແລະ​ບອກ​ພວກເຂົາ​ບໍ່​ໃຫ້​ລ່ວງ​ເຂດ​ຂຶ້ນ​ໄປ​ເທິງ​ພູ ຫລື​ເຂົ້າ​ໄປ​ໃກ້​ຕີນ​ພູ​ເດັດຂາດ. ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຍ່າງ​ຂຶ້ນ​ໄປ​ທີ່​ນັ້ນ​ຈະ​ມີ​ໂທດ​ເຖິງ​ຕາຍ; 13ລາວ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ ຫລື​ຖືກ​ຍິງ​ດ້ວຍ​ລູກ​ໜ້າທະນູ ແລະ​ຢ່າ​ຂ້າ​ໂດຍ​ໃຊ້​ມື​ແຕະຕ້ອງ​ລາວ. ຢ່າ​ໄວ້​ຊີວິດ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຄົນ​ຫລື​ສັດ​ກໍຕາມ, ແຕ່​ພໍ​ເມື່ອ​ສຽງ​ແກ​ດັງ​ໃຫ້​ບາງຄົນ ຂຶ້ນ​ມາ​ເທິງ​ພູ​ໄດ້.”
14ແລ້ວ​ໂມເຊ​ກໍໄດ້​ລົງ​ມາ​ແຕ່​ພູ ແລະ​ບອກ​ປະຊາຊົນ​ໃຫ້​ຕຽມຕົວ ເພື່ອ​ນະມັດສະການ. ພວກເຂົາ​ໄດ້​ຊັກ​ເສື້ອຜ້າ 15ແລະ​ໂມເຊ​ບອກ​ພວກເຂົາ​ຕື່ມ​ວ່າ, “ໃນ​ມື້​ທີ​ສາມ ຈົ່ງ​ພາກັນ​ຕຽມພ້ອມ​ໃຫ້​ດີ ແລະ​ຢ່າ​ສົມສູ່​ກັນ​ທາງ​ເພດ​ເປັນ​ເດັດຂາດ.”
16ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ. 17ໂມເຊ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ຄ້າຍພັກ​ໄປ​ເຝົ້າ​ພຣະເຈົ້າ ແລະ​ຢຸດ​ຢູ່​ທີ່​ຕີນ​ພູ. 18ພູເຂົາ​ຊີນາຍ​ທັງ​ໜ່ວຍ​ມີ​ຄວັນ​ປົກຄຸມ​ຢູ່ ເພາະ​ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ໃນ​ໄຟ​ທີ່​ເທິງ​ພູ​ນັ້ນ. ສະນັ້ນ ຄວັນ​ທີ່​ພຸ່ງ​ຂຶ້ນ​ມາ ຈຶ່ງ​ຄື​ຄວັນ​ທີ່​ອອກ​ມາ​ຈາກ​ເຕົາ​ໄຟ​ອັນ​ໃຫຍ່ ແລະ​ພູເຂົາ​ທັງ​ໜ່ວຍ​ກໍ​ສະທ້ານ​ຫວັ່ນໄຫວ​ຢ່າງ​ໜັກ. 19ສຽງ​ແກ​ໄດ້​ດັງ​ແຮງ​ແລະ​ແຮງ​ຂຶ້ນ. ເມື່ອ​ໂມເຊ​ກ່າວ​ອອກ​ໄປ ພຣະເຈົ້າ​ກໍ​ຕອບ​ເພິ່ນ​ມາ​ດ້ວຍ​ສຽງ​ຟ້າຮ້ອງ. 20ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ເທິງ​ຈອມ​ພູເຂົາ​ຊີນາຍ, ພຣະເຈົ້າຢາເວ​ເອີ້ນ​ໂມເຊ​ໃຫ້​ຂຶ້ນ​ໄປ​ພົບ​ພຣະອົງ ແລະ​ໂມເຊ​ກໍ​ຂຶ້ນ​ໄປ. 21ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ລົງ​ໄປ​ເຕືອນ​ປະຊາຊົນ ບໍ່​ໃຫ້​ຂ້າມ​ເຂດ​ເຂົ້າ​ມາ​ເບິ່ງ​ພຣະເຈົ້າຢາເວ, ຖ້າ​ພວກເຂົາ​ຂືນ​ຂຶ້ນ​ມາ​ທີ່​ນີ້​ຈະ​ມີ​ຫລາຍ​ຄົນ​ຕາຍ. 22ແມ່ນແຕ່​ພວກ​ປະໂຣຫິດ​ທີ່​ເຂົ້າ​ມາ​ໃກ້​ພຣະເຈົ້າຢາເວ​ກໍດີ ຕ້ອງ​ຊຳລະ​ຕົນ ຫລື​ຈະ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ພວກເຂົາ.”
23ໂມເຊ​ຈຶ່ງ​ຕອບ​ພຣະເຈົ້າຢາເວ​ວ່າ, “ຊາວ​ອິດສະຣາເອນ​ຂຶ້ນ​ມາ​ເທິງ​ພູ​ນີ້​ບໍ່ໄດ້​ດອກ ເພາະ​ພຣະອົງ​ໄດ້​ສັ່ງ​ພວກ​ຂ້ານ້ອຍ​ໃຫ້​ເຄົາຣົບ​ພູເຂົາ​ສັກສິດ ແລະ​ທັງ​ໃຫ້​ກຳນົດ​ເຂດ​ອ້ອມຮອບ​ໄວ້​ດ້ວຍ.”
24ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ຈົ່ງ​ລົງ​ໄປ​ນຳ​ເອົາ​ອາໂຣນ​ຂຶ້ນ​ມາ​ທີ່​ນີ້​ກັບ​ເຈົ້າ, ແຕ່​ສຳລັບ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ອິດສະຣາເອນ​ນັ້ນ ຢ່າ​ໃຫ້​ພວກເຂົາ​ຂ້າມ​ເຂດ​ຂຶ້ນ​ມາ​ຫາ​ເຮົາ​ຢ່າງ​ເດັດຂາດ ຫລື​ຈະ​ໃຫ້​ເຮົາ​ລົງໂທດ​ພວກເຂົາ.” 25ໂມເຊ​ຈຶ່ງ​ໄດ້ລົງ​ຈາກ​ພູ​ມາ​ຫາ​ປະຊາຊົນ ແລະ​ໄດ້ກ່າວ​ຖ້ອຍຄຳ​ທັງຫລາຍ​ນີ້​ໃຫ້​ພວກເຂົາ​ຟັງ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in