YouVersion Logo
Search Icon

ອົບພະຍົບ 17:9-13

ອົບພະຍົບ 17:9-13 ພຄພ

ໂມເຊ​ຈຶ່ງ​ສັ່ງ​ໂຢຊວຍ​ວ່າ, “ມື້ອື່ນ ເຈົ້າ​ຈົ່ງ​ເລືອກເຟັ້ນ​ເອົາ​ບາງຄົນ ອອກ​ໄປ​ສູ້ຮົບ​ກັບ​ຊາວ​ອາມາເຫຼັກ. ສ່ວນ​ເຮົາ​ເອງ​ຈະ​ຖື​ໄມ້ຄ້ອນເທົ້າ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ນັ້ນ ຢືນ​ເບິ່ງ​ຢູ່​ເທິງ​ເນີນພູ.” ໂຢຊວຍ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ສັ່ງ​ຕົນ ແລະ​ນຳ​ຊາວ​ອິດສະຣາເອນ ອອກ​ໄປ​ສູ້ຮົບ​ກັບ​ທະຫານ​ອາມາເຫຼັກ ໃນຂະນະ​ດຽວກັນ​ນັ້ນ ໂມເຊ​ກັບ​ອາໂຣນ ແລະ​ຮູເຣ​ກໍ​ໄດ້ຂຶ້ນ​ໄປ​ຢູ່​ເທິງ​ເນີນພູ. ການ​ສູ້ຮົບ​ເລີ່ມຂຶ້ນ ເມື່ອໃດ​ທີ່​ໂມເຊ​ຍົກ​ແຂນ​ຂຶ້ນ ຊາວ​ອິດສະຣາເອນ​ກໍ​ເປັນ​ຝ່າຍ​ໄດ້​ໄຊຊະນະ, ແຕ່​ພໍ​ໂມເຊ​ປ່ອຍ​ແຂນ​ລົງ ຝ່າຍ​ອາມາເຫຼັກ​ກໍ​ເລີ່ມ​ເປັນ​ຝ່າຍ​ໄດ້​ໄຊຊະນະ. ເມື່ອ​ເຫັນ​ແຂນ​ຂອງ​ໂມເຊ​ອ່ອນ​ລົງ​ເພາະ​ຄວາມ​ອິດເມື່ອຍ ອາໂຣນ​ກັບ​ຮູເຣ​ກໍໄດ້​ຫາ​ກ້ອນຫີນ​ມາ​ໃຫ້​ໂມເຊ​ນັ່ງ; ໃນ​ເວລາ​ດຽວກັນ​ນັ້ນ ພວກເຂົາ​ກໍ​ຢືນ​ຈັບ​ແຂນ​ໂມເຊ​ຍົກ​ຂຶ້ນ​ຈົນກວ່າ​ຕາເວັນ​ຕົກ​ດິນ. ໂດຍ​ວິທີ​ນີ້ ໂຢຊວຍ​ຈຶ່ງ​ໄດ້​ຊະນະ​ທະຫານ​ອາມາເຫຼັກ​ຢ່າງ​ສິ້ນເຊີງ.

Free Reading Plans and Devotionals related to ອົບພະຍົບ 17:9-13