ອົບພະຍົບ 16:13-15
ອົບພະຍົບ 16:13-15 ພຄພ
ພໍເຖິງເວລາຄໍ່າມາກໍມີຝູງນົກຂຸ້ມບິນມາຢູ່ເຕັມຄ້າຍພັກ ແລະພໍເຖິງຕອນເຊົ້າມາກໍມີນໍ້າໝອກປົກຫຸ້ມຢູ່ຮອບຄ້າຍ. ເມື່ອນໍ້າໝອກເຫີຍຫາຍໄປແລ້ວ ໄດ້ມີສິ່ງໜຶ່ງບາງໆເປັນປ່ຽງ ປົກເຕັມເທິງໜ້າດິນໃນຖິ່ນແຫ້ງແລ້ງກັນດານ. ສິ່ງນັ້ນເປັນແຜ່ນບາງໆດັ່ງນໍ້າໝອກກ້າມ. ເມື່ອຊາວອິດສະຣາເອນເຫັນ ພວກເຂົາບໍ່ຮູ້ວ່າແມ່ນຫຍັງ ຈຶ່ງຖາມກັນວ່າ, “ອັນນີ້ແມ່ນຫຍັງ?” ແລ້ວໂມເຊກໍບອກພວກເຂົາວ່າ, “ອັນນີ້ແມ່ນເຂົ້າຈີ່ທີ່ພຣະເຈົ້າຢາເວໃຫ້ພວກເຈົ້າກິນ.