ອົບພະຍົບ 12:5-8
ອົບພະຍົບ 12:5-8 ພຄພ
ລູກແກະຫລືລູກແບ້ທີ່ຈະເລືອກເອົານັ້ນຈະຕ້ອງເປັນໂຕເຖິກອາຍຸໜຶ່ງປີ ແລະເປັນສັດທີ່ມີສຸຂະພາບດີ ແລະບໍ່ມີຕຳໜິໃດໆທັງສິ້ນ. ແລ້ວໃນຕອນແລງຂອງມື້ທີສິບສີ່ຂອງເດືອນ ໃຫ້ຊຸມຊົນອິດສະຣາເອນທັງໝົດພາກັນຂ້າສັດຂອງພວກຕົນ. ຈົ່ງໃຫ້ປະຊາຊົນເອົາເລືອດບາງສ່ວນທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນ ບ່ອນທີ່ກິນສັດນັ້ນຄື: ໃຫ້ທາຂ້າງຊ້າຍ, ຂ້າງຂວາ ແລະຂ້າງເທິງ. ໃນຄືນນັ້ນ ຈົ່ງປີ້ງຊີ້ນກິນກັບເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ.